ທີ່ການເຮັດວຽກ, ທ່ານພົນເອກ ໂງຊວນລິກ ໄດ້ຍ້ອງຍໍສັນລະເສີນບັນດາໝາກຜົນທີ່ບັນລຸໄດ້ໃນການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດເວົ້າລວມ; ວຽກງານກໍ່ສ້າງພື້ນຖານເວົ້າສະເພາະຂອງທະຫານເຂດ 3 ໃນໄລຍະຜ່ານມາຮັບປະກັນຄວາມຄືບໜ້າ, ຄຸນນະພາບ. ທ່ານພົນເອກ ໂງຊວນລິກ ຮຽກຮ້ອງໃນໄລຍະຈະມາເຖິງ, ຄະນະພັກ, ຜູ້ບັນຊາການທຸກຂັ້ນຂອງທະຫານເຂດ 3 ສືບຕໍ່ປະຕິບັດວຽກງານສຶກສາອົບຮົມໃຫ້ພະນັກງານ, ນັກຮົບຍົກສູງຄວາມຮັບຮູ້ໃນການປະຕິບັດໜ້າທ່ີເປັນຢ່າງດີ. ທະຫານເຂດ 3 ສືບຕໍ່ປະຕິບັດວຽກງານເປັນເສນາທິການໃຫ້ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດເປັນຢ່າງດີ ເພື່ອແກ້ໄຂບັນດາກໍລະນີທີ່ເກີດຂຶ້ນຢູ່ບໍລິເວນທະຫານເຂດ 3 ຮັບຜິດຊອບ; ສຸມໃສ່ກໍ່ສ້າງກຳລັງຄວາມສາມາດບົ່ມຊ້ອນຢູ່ເຂດປ້ອງກັນບັນດາແຂວງ, ນະຄອນໃນບໍລິເວນໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ.

leftcenterrightdel
ພິທີຕ້ອນຮັບທ່ານພົນເອກ ໂງຊວນລິກ ທີ່ກອງບັນຊາການທະຫານເຂດ 3. ພາບ: ຢຸຍຮົ່ງ.

ຕໍ່ໜ້າຄວາມຮຽກຮ້ອງຕ້ອງການຜັນຂະຫຍາຍຫຼາຍໜ້າທີ່ໃນເດືອນທ້າຍປີ, ສະຫຼຸບປີ 2019 ແລະຜັນຂະຫຍາຍໜ້າທີ່ປີ 2020, ກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດ, ທ່ານພົນເອກ ໂງຊວນລິກ ໃສ່ໃຈວ່າ ຄະນະພັກ, ກອງບັນຊາການທະຫານເຂດ 3 ແລະຜູ້ບັນຊາການທຸກຂັ້ນຕ້ອງເອົາໃຈໃສ່ຮັກສາລະບອບປະຈຳການກຽມພ້ອມສູ້ຮົບຢ່າງເຂັ້ມງວດ, ກຳແໜ້ນສະພາບການ, ໂດຍສະເພາະແມ່ນວັນພັກ, ວັນບຸນ, ແກ້ໄຂບັນດາກໍລະນີທີ່ເກີດຂຶ້ນຢ່າງທັນການ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບໂດຍບັງເອີນ; ສືບຕໍ່ຍູ້ແຮງການໂຄສະນາຕໍ່ສູ້ຕ້ານບັນດາທັດສະນະຜິດພາດ; ຮັບປະກັນດ້ານພະລາທິການຢ່າງຄົບຖ້ວນ ແລະທັນການໃຫ້ໜ້າທີ່ກຽມພ້ອມສູ້ຮົບ; ເປັນເຈົ້າການຮັບປະກັນແຫຼ່ງສະບຽງອາຫານ, ປ້ອງກັນ ແລະຕ້ານໂລກລະບາດ, ຮັບປະກັນສຸຂະພາບຂອງທະຫານ.

ໂດຍ: ສົມເພັດ