ວັນທີ 2 ທັນວາ, ທີ່ຮ່າໂນ້ຍ, ຄະນະພັກຕໍາຫຼວດສູນກາງ, ກະຊວງຕໍາຫຼວດ ແລະຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງການພົບປະສັງສັນເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ (22-12-1944 / 22-12-2019), 30 ປີແຫ່ງວັນທົ່ວປວງຊົນປ້ອງກັນຊາດ (22-12-1989 / 22-12-2019). ເຂົ້າຮ່ວມການພົບປະສັງສັນມີທ່ານພົນເອກ ໂງຊວນລິກ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານພົນເອກ ໂຕເລິມ, ກຳມະການກົມການເມືອງ, ເລຂາຄະນະພັກຕຳຫຼວດສູນກາງ, ລັດຖະມົນຕີກະຊວງຕຳຫຼວດ; ທ່ານພົນເອກ ເລືອງເກື່ອງ, ເລຂາທິການສູງກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ພ້ອມກັບບັນດາຮອງລັດຖະມົນຕີ, ນາຍ ແລະພົນຂັ້ນສູງຂອງສອງກະຊວງ.

leftcenterrightdel
ການນຳກະຊວງປ້ອງກັນປະເທດ ແລະກະຊວງຕຳຫຼວດທີ່ການພົບປະສັງສັນ. ພາບ: ວັນຈຽນ.

ກ່າວຄຳເຫັນທີ່ການພົບປະສັງສັນ, ຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນເອກ ໂງຊວນລິກ ກ່າວຄຳເຫັນສະແດງຄວາມຂອບອົກຂອບໃຈຕໍ່ການເອົາໃຈໃສ່ຂອງການນຳຄະນະພັກຕຳຫຼວດສູນກາງ, ກະຊວງຕຳຫຼວດ ແລະບັນດານາຍ ແລະພົນຂະແໜງຕຳຫຼວດ. ທ່ານພົນເອກ ໂງຊວນລິກ ສະແດງຄວາມພາກພູມໃຈແຈ້ງໃຫ້ຊາບວ່າ, ສຳລັບກອງທັບ, ທີ່ກອງປະຊຸມຄະນະພັກການທະຫານສູນກາງຫາກໍ່ໄດ້ຈັດຕັ້ງ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ຮັບຮູ້, ຕີລາຄາວ່າ “ໃນສະພາບການໂລກ, ພາກພື້ນພວມຜັນແປໄປຢ່າງສັບສົນ, ພິເສດແມ່ນຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ, ແຕ່ທົ່ວກອງທັບໄດ້ຊາບຊຶມບັນດາຄຳສັ່ງ, ມະຕິຂອງພັກ, ນະໂຍບາຍ, ກົດໝາຍຂອງລັດຢ່າງເລິກເຊິ່ງ, ຍາມໃດກໍ່ຢຶດໝັ້ນ, ຜັນຂະຫຍາຍຢ່າງຂ້ຽວຂາດ ແລະສຳເລັດທຸກໜ້າທີ່, ໃນນັ້ນ, ມີຫຼາຍໜ້າທີ່ສຳເລັດເປັນຢ່າງດີ, ບາງໜ້າທີ່ສຳເລັດຢ່າງດີເດັ່ນ...”. ເພື່ອຍາດໄດ້ໝາກຜົນດັ່ງກ່າວ, ແມ່ນມີການຊ່ວຍເຫຼືອອັນໃຫຍ່ຫຼວງ, ມີປະສິດທິຜົນ, ຄວາມສາມັກຄີສົມທົບກັນຢ່າງແໜ້ນແຟ້ນຂອງບັນດາສະຫາຍການນຳກະຊວງຕຳຫຼວດ, ເຊິ່ງໂດຍກົງແມ່ນບັນດາພະນັກງານ, ນັກຮົບຕໍາຫຼວດໃນທົ່ວປະເທດ. ທ່ານພົນເອກ ໂງຊວນລິກ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ ແລະຕຳຫຼວດປະຊາຊົນ ສືບຕໍ່ສົມທົບກັນ, ຊ່ວຍເຫຼືອກັນປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງມີໄຊ...

ໂດຍ: ແສງເດືອນ