ເວລາ 14:00 ໂມງ (ຕາມເວລາທ້ອງຖິ່ນ) ຂອງວັນທີ 2 ທັນວາ, ພິທີຕ້ອນຮັບກໍາປັ່ນຕໍາຫຼວດທະເລໝາຍເລກ 8002 ພ້ອມດ້ວຍຄະນະປະຕິບັດງານກອງບັນຊາການຕໍາຫຼວດທະເລຫວຽດນາມ ໄດ້ຈັດຂຶ້ນຢ່າງເປັນທາງການຢູ່ທ່າກໍາປັ່ນ Yokohama. ທ່ານພົນຈັດຕະວາ ຟ້າມກິມເຮົ້າ, ຮອງຜູ້ບັນຊາການ, ຫົວໜ້າຫ້ອງເສນາທິການຕໍາຫຼວດທະເລຫວຽດນາມ ແລະທ່ານພົນຈັດຕະວາ Shimatani Kunihiro ຮອງຜູ້ບັນຊາການເຂດ 3 ກໍາລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ ເຂົ້າຮ່ວມພິທີ.

ການຢ້ຽມຢາມທ່າກໍາປັ່ນ Yokohama ຂອງກໍາປັ່ນຕໍາຫຼວດທະເລໝາຍເລກ 8002 ໃນຄັ້ງນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວສືບຕໍ່, ຢັ້ງຢືນການພົບປະແລກປ່ຽນ, ການຮ່ວມມືລະຫວ່າງສອງຝ່າຍນັບມື້ນັບມີເນື້ອແທ້, ມີປະສິດທິຜົນ; ເປັນຫຼັກຖານພະຍານທີ່ມີຊີວິດຊີວາໃຫ້ແກ່ການພົວພັນມິດຕະພາບອັນດີງາມລະຫວ່າງກໍາລັງປະຕິບັດກົດໝາຍບົນທະເລຂອງສອງປະເທດທີ່ນັບມື້ນັບພັດທະນາຢ່າງໜັກແໜ້ນ.

leftcenterrightdel
ທ່ານພັນເອກ ເຈິ່ນຊວນເລືອງ ມອບຂອງຂວັນທີ່ລະນຶກໃຫ້ການນໍາເຂດ 3 ກໍາລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ. ພາບ: ລິງແອວງ.

ພາຍຫຼັງພິທີຕ້ອນຮັບ, ຄະນະປະຕິບັດງານກໍາປັ່ນຕໍາຫຼວດທະເລໝາຍເລກ 8002 ໄດ້ເຂົ້າຢ້ຽມຂໍ່ານັບການນໍາເຂດ 3 ກໍາລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ ແລະການນໍາຫ້ອງວ່າການ Yokohama ກໍາລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ.

ທີ່ບັນດາການຕ້ອນຮັບ, ທ່ານພັນເອກ ເຈິ່ນຊວນເລືອງ ສະແດງຄວາມຂອບໃຈຕໍ່ການໜູນຊ່ວຍຂອງລັດຖະບານຍີ່ປຸ່ນ ເພື່ອແນໃສ່ຍົກສູງກໍາລັງຄວາມສາມາດໃຫ້ແກ່ກໍາລັງຕໍາຫຼວດທະເລຫວຽດນາມ; ຕີລາຄາສູງການພົວພັນຮ່ວມມືອັນດີງາມລະຫວ່າງກອງບັນຊາການຕໍາຫຼວດທະເລຫວຽດນາມ ແລະກໍາລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ ນັບແຕ່ເມື່ອສອງຝ່າຍໄດ້ເຊັນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືປີ 2015; ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງກໍາລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ ຈະສືບຕໍ່ເອົາໃຈໃສ່ ແລະຊຸກຍູ້ການພົວພັນຮ່ວມມືກັບຕໍາຫຼວດທະເລຫວຽດນາມ ໃຫ້ນັບມື້ມີປະສິດທິຜົນ, ແທດຈິງໃນບັນດາການເຄື່ອນໄຫວປະຕິບັດກົດໝາຍບົນທະເລ, ປະກອບສ່ວນຊຸກຍູ້ຄວາມໝັ້ນຄົງ, ຄວາມປອດໄພ ແລະຄວາມເສລີໃນການເດີນທະເລ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງສອງປະເທດ ກໍຄືຢູ່ພາກພື້ນ ແລະໃນໂລກ.

ໂດຍ: ໄຊຊະນະ