ໃນໄລຍະຜ່ານມາ, ກອງບັນຊາການເຫຼົ່າຮົບຊ່າງແສງໄດ້ສ້າງ ແລະສະເໜີເນື້ອໃນ, ລາຍການຝຶກແອບ ເພື່ອຍື່ນສະເໜີຕໍ່ກົມໃຫຍ່ເສນາທິການ ແລະບັນດາອົງການເຈົ້າໜ້າທີ່ຂອງກະຊວງປ້ອງກັນປະເທດພິຈາລະນາ, ປະເມີນຜົນ, ອະນຸມັດ, ພ້ອມທັງຊີ້ນໍາບັນດາກົມກອງຈັດຕັ້ງການສ້າງແຜນການຝຶກແອບໃຫ້ກອງຊ່າງແສງຕາມຮ່າງລາຍການ; ຜັນຂະຫຍາຍການຮຽບຮຽງ ແລະຈໍາໜ່າຍເອກະສານຮັບໃຊ້ການຝຶກແອບນັບຫຼາຍສິບສະບັບ... ຜົນການປະຕິບັດ: 100% ເນື້ອໃນ, ລາຍການຝຶກແອບແມ່ນບັນລຸໄດ້ຕາມຄວາມຮຽກຮ້ອງຕ້ອງການໃນລະດັບດີ, ດີເດັ່ນສູງກວ່າ  70%.

leftcenterrightdel
ທ່ານພົນຕີ ຟຸ່ງສີ໊ເຕິ໊ນ ລະດົມກໍາລັງໃຈພະນັກງານ, ພາລະກອນ, ນັກຮົບກອງຊ່າງແສງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ. ພາບ: ດັ້ງແທັ່ງ.

ຕາງໜ້າການນໍາກົມໃຫຍ່ເສນາທິການ, ທ່ານພົນຕີ ຟຸ່ງສີ໊ເຕິ໊ນ ຮັບຮູ້, ຍ້ອງຍໍຊົມເຊີຍບັນດາຜົນງານທີ່ບັນລຸໄດ້ຂອງເຫຼົ່າຮົບຊ່າງແສງ, ເປັນຕົ້ນແມ່ນຄວາມຮັບຜິດຊອບ, ຄວາມມານະພະຍາຍາມຂອງພະນັກງານ, ນັກຮົບກອງຊ່າງແສງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ. ທ່ານພົນຕີ ຟຸ່ງສີ໊ເຕິ໊ນ ຮຽກຮ້ອງວ່າ, ໃນໄລຍະຈະມາເຖິງ, ກອງບັນຊາການເຫຼົ່າຮົບຊ່າງແສງຈະສຸມໃສ່ຊີ້ນໍາ, ນໍາພາຈັດຕັ້ງການຝຶກແອບວິຊາການຊ່າງແສງໃຫ້ກົມກອງເປັນຢ່າງດີ. ເອົາໃຈໃສ່ຂຸດຄົ້ນ, ນໍາໃຊ້ເຄື່ອງອຸປະກອນໃໝ່. ສືບຕໍ່ປະຕິບັດບັນດາເນື້ອໃນຮ່ວມມື, ແລກປ່ຽນ, ຖອດຖອນບົດຮຽນກ່ຽວກັບການຜັນຂະຫຍາຍການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດກັບປະເທດຕ່າງໆ. ປະຕິບັດວຽກງານກະກຽມໃຫ້ແກ່ການຝຶກຊ້ອມ ເພື່ອໃຫ້ສະຫະປະຊາຊາດກວດກາ, ຕີລາຄາກໍາລັງຄວາມສາມາດ...

ໂດຍ: ທະນາພອນ