leftcenterrightdel
ບັນດາລູກເຮືອກອງພັນນ້ອຍ 162 (ທະຫານເຮືອເຂດ 4) ຢ້ຽມຢາມກໍາປັ່ນ UMS Moattama ໝາຍເລກ 1501. ພາບ: ວັນແຮ້ງ.

ຕາມແຜນການ, ໃນໄລຍະຢ້ຽມຢາມຫວຽດນາມ, ນາຍທະຫານ ແລະລູກເຮືອຂອງທະຫານເຮືອມຽນມາ ຈະເຂົ້າຮ່ວມບັນດາການເຄື່ອນໄຫວ ຄື: ເຂົ້າຢ້ຽມຂ່ຳນັບການນໍາແຂວງແຄ໊ງຮວ່າ, ກອງບັນຊາການທະຫານເຮືອເຂດ 4; ພົບປະແລກປ່ຽນ, ແຂ່ງຂັນກິລາມິດຕະພາບກັບພະນັກງານ, ນາຍທະຫານເຮືອເຂດ 4. ນາຍທະຫານເຮືອສອງປະເທດຫວຽດນາມ ແລະມຽນມາ ຈະໄປຢ້ຽມຢາມກໍາປັ່ນຂອງກັນ ແລະເຂົ້າຮ່ວມງານລ້ຽງ... ການຢ້ຽມຢາມຫວຽດນາມ ຂອງທະຫານເຮືອມຽນມາ ເພື່ອແນໃສ່ເພີ່ມທະວີ, ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືທີ່ມີຄວາມໄວ້້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງສອງປະເທດຫວຽດນາມ ແລະມຽນມາ ເວົ້າລວມ, ກອງທັບ ແລະທະຫານເຮືອສອງປະເທດເວົ້າສະເພາະ ໃຫ້ຫຼາຍກວ່າອີກ.

ໂດຍ: ເກື່ອງດັ້ງ