ໂດຍກະກຽມໃຫ້ແກ່ການແຂ່ງຂັນປີນີ້ຄະນະນັກກິລາຍິງປືນທະຫານກອງທັບໄດ້ຈັດຕັ້ງການຝຶກແອບຖືກຕາມລາຍການ, ແຜນການທີ່ໄດ້ໃຫ້ສັດຕະຍາບັນ.

leftcenterrightdel
ທ່ານພົນຕີ ຫງວຽນເຕິນເກືອງ ມອບຂອງຂວັນ, ປຸກລະດົມກໍາລັງໃຈໃຫ້ແກ່ຄະນະນັກກິລາ. ພາບ: ຢຸຍດົງ.

ກ່າວຄໍາເຫັນທີ່ພິທີມອບ-ຮັບໜ້າທີ່, ທ່ານພົນຕີ ຫງວຽນເຕິນເກືອງ ຮັບຮູ້ ແລະຊົມເຊີຍຄະນະນັກກິລາຍິງປືນທະຫານກອງທັບໄດ້ມານະພະຍາຍາມບືນຕົວຂຶ້ນໃນການຝຶກແອບ, ຝຶກຝົນຫຼໍ່ຫຼອມ. ເພື່ອໃຫ້ຄະນະໄປແຂ່ງຂັນບັນລຸໄດ້ໝາກຜົນທີ່ດີ, ທ່ານພົນຕີ ຫງວຽນເຕິນເກືອງ ຮຽກຮ້ອງພະນັກງານ ແລະສະມາຊິກແຕ່ລະຄົນເສີມຂະຫຍາຍຈິດໃຈສາມັກຄີ, ເຫັນດີເປັນເອກະພາບ, ສໍາເລັດບັນດາລາຍການແຂ່ງຂັນເປັນຢ່າງດີ ແລະກໍານົດວ່ານີ້ທັງແມ່ນໜ້າທີ່, ທັງແມ່ນຄວາມຮັບຜິດຊອບ, ຄວາມເປັນກຽດຂອງສະມາຊິກທີ່ເຂົ້າຮ່ວມການແຂ່ງຂັນ; ໃນວິວັດການແຂ່ງຂັນບັນດາສະມາຊິກໃນຄະນະຕ້ອງປະຕິບັດກົດລະບຽບການແຂ່ງຂັນຢ່າງເຂັ້ມງວດ, ແຂ່ງຂັນຢ່າງສັດຊື່, ສູງສົ່ງ, ຖອດຖອນບົດຮຽນ, ຄ່ຽມຄົມ, ມີຄວາມຕັດສິນໃຈສູງ...

ໂດຍ: ທະນາພອນ