ເນື່ອງໃນໂອກາດນີ້, ພາຍໃຕ້ການເປັນປະທານຂອງທ່ານພົນໂທ ເຈິ່ນກວາງເຟືອງ, ກໍາມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ຄະນະໄດ້ຖະຫວາຍທູບທຽນ ແລະວາງພວງມາລາອາໄລຫາບັນດາວິລະຊົນນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢູ່ອານຸສາວະລີບັກເຊີນ, ເຂົ້າໄວ້ອາໄລທີ່ສຸສານປະທານໂຮ່ຈີມິນ ແລະຖະຫວາຍທູບທຽນຢູ່ຫໍບູຊາປະທານໂຮ່ຈີມິນ.

leftcenterrightdel
ພະນັກງານ, ພາລະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 2 ທີ່ພິທີລາຍງານຜົນງານ ແລະໃຫ້ຄຳໝັ້ນສັນຍາຕັດສິນໃຈປະຕິບັດສຳເລັດໜ້າທີ່ຢູ່ສະໜາມຫຼວງບາດິ່ງ. ພາບ: ມິແຮ້ງ.

ຕາງໜ້າພະນັກງານ, ພາລະກອນ, ນັກຮົບກົມຮັກສາສັນຕິພາບຫວຽດນາມ, ທ່ານພົນຈັດຕະວາ ຮວ່າງກິມຟູ້ງ ຫົວໜ້າກົມໄດ້ລາຍງານຕໍ່ປະທານໂຮ່ຈີມິນ ບັນດາຜົນງານທີ່ບັນລຸໄດ້ໃນ 5 ປີທີ່ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ, ປະກອບສ່ວນຢັ້ງຢືນຄວາມຮັບຜິດຊອບຂອງຫວຽດນາມ ຕໍ່ກັບບັນດາພາລະກໍາລວມຂອງສະຫະປະຊາຊາດ. ພາຍຫຼັງ 2 ປີທີ່ມານະພະຍາຍາມກະກຽມ, ມາຮອດປະຈຸບັນໂຮງໝໍກາງສະໜາມຂັ້ນ 2 ເລກ 2 ໄດ້ສໍາເລັດວຽກງານກະກຽມສຸດທ້າຍແລ້ວເພື່ອກຽມພ້ອມເດີນທາງໄປປະຕິບັດໜ້າທີ່ປ່ຽນແທນໃຫ້ໂຮງໝໍກາງສະໜາມຂັ້ນ 2 ເລກ 1 ຢູ່ Bentiu, ຊູດັງໃຕ້.

ກ່າວຄໍາເຫັນທີ່ພິທີ, ຕາງໜ້າໃຫ້ພະນັກງານ, ພາລະກອນໂຮງໝໍທັງໝົດ ທ່ານພັນໂທ ຫວໍວັນຫຽນ, ຜູ້ອໍານວຍການໂຮງໝໍກາງສະໜາມຂັ້ນ 2 ເລກ 2 ໄດ້ໃຫ້ຄຳໝັ້ນສັນຍາວ່າຈະສາມັກຄີ, ຮ່ວມແຮງຮ່ວມໃຈຕັດສິນໃຈແກ້ໄຂຄວາມຫຍຸ້ງຍາກ, ລໍາບາກກາກກໍາເພື່ອບືນຕົວຂຶ້ນສໍາເລັດໜ້າທີ່ເຊິ່ງພັກ, ລັດ, ກອງທັບໄດ້ມອບໝາຍໃຫ້ເປັນຢ່າງດີ.

ໂດຍ: ທະນາພອນ