ທີ່ການຕ້ອນຮັບທ່ານພົນເອກ Hun Manet ໄດ້ສະແດງຄວາມຂອບອົກຂອບໃຈ ແລະຕີລາຄາສູງຕໍ່ການໜູນຊ່ວຍ, ຊ່ວຍເຫຼືອຂອງກະຊວງປ້ອງກັນປະເທດຫວຽດນາມ ທີ່ສະຫງວນໃຫ້ກະຊວງປ້ອງກັນປະເທດກໍາປູເຈຍ ເວົ້າລວມ ແລະກອງບັນຊາການທະຫານບົກກອງທັບລາດຊະວົງກໍາປູເຈຍ ເວົ້າສະເພາະໃນໄລຍະຜ່ານມາ. ທ່ານພົນເອກ Hun Manet ໃຫ້ຮູ້ວ່າ, ໃນໄລຍະຜ່ານມາ, ການພົວພັນຮ່ວມມືລະຫວ່າງກອງບັນຊາການທະຫານບົກກອງທັບລາດຊະວົງກໍາປູເຈຍ ກັບບັນດາອົງການ, ກົມກອງຕ່າງໆຂອງກະຊວງປ້ອງກັນປະເທດ ຫວຽດນາມ ກໍ່ບັນລຸໄດ້ໝາກຜົນຕ່າງໆຢ່າງຕັ້ງໜ້າ, ປະກອບສ່ວນສໍາຄັນເຂົ້າໃນການປັບປຸງສາຍພົວພັນກໍາປູເຈຍ-ຫວຽດນາມ.

leftcenterrightdel
ທ່ານພົນໂທ ເລຈຽມ ຕ້ອນຮັບທ່ານພົນເອກ Hun Manet. ພາບ: ເຈີ່ນດຶກ.

ທ່ານພົນໂທ ເລຈຽມ ປາດຖະໜາວ່າ ເນື່ອງໃນໂອກາດການຢ້ຽມຢາມນີ້, ກອງບັນຊາການທະຫານບົກກອງທັບລາດຊະວົງກໍາປູເຈຍ ແລະບັນດາອົງການ, ກົມກອງຂອງກະຊວງປ້ອງກັນປະເທດຫວຽດນາມ ໄດ້ສຸມໃສ່ຕີລາຄາໝາກຜົນການຮ່ວມມືໃນໄລຍະຜ່ານມາ, ຖອດຖອນບົດຮຽນ, ວາງອອກບັນດາມາດຕະການເພື່ອແນໃສ່ສົມທົບກັນສະກັດກັ້ນບັນດາກົນອຸບາຍມ້າງເພທໍາລາຍຄວາມໝັ້ນຄົງແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນກໍ່ຄືໃນຜືນແຜ່ນດິນຂອງສອງປະເທດ... ຢ່າງມີປະສິດທິຜົນ. ທ່ານພົນໂທ ເລຈຽມ ຢັ້ງຢືນວ່າ, ການນໍາກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ບັນດາອົງການ, ກົມກອງສືບຕໍ່ຮ່ວມມືກັບກອງບັນຊາການທະຫານບົກກອງທັບລາດຊະວົງກໍາປູເຈຍໃຫ້ ເປັນຢ່າງດີ.

leftcenterrightdel
ທ່ານພົນໂທ ເລຈຽມ ຕ້ອນຮັບທ່ານພົນເອກ Sao Sokha. ພາບ: ເຈີ່ນດຶກ.

ຕອນບ່າຍວັນດຽວກັນ, ທີ່ສໍານັກງານກະຊວງປ້ອງກັນ ປະເທດຫວຽດນາມ, ທ່ານພົນໂທ ເລຈຽມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ Sao Sokha, ຮອງຜູ້ບັນຊາການທະຫານສູງສຸດທັງເປັນຜູ້ບັນຊາການສັນຕິລາດທະຫານກອງທັບລາດຊະວົງກຳປູເຈຍ ເນື່ອງໃນໂອກາດມາຢ້ຽມຢາມ ແລະເຮັດວຽກຢູ່ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານພົນໂທ ເລຈຽມ ແລະທ່ານພົນເອກ Sao Sokha ຖືວ່າ, ຫວຽດນາມ ແລະກຳປູເຈຍ ແມ່ນສອງປະເທດບ້ານໃກ້ເຮືອນຄຽງສະນັ້ນບັນຫາປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງສອງປະເທດແມ່ນມີຄວາມສະໜິດຕິດພັນ. ທ່ານພົນ ໂທ ເລຈຽມ ແລະທ່ານພົນເອກ Sao Sokha ຊົມເຊີຍການຕີລາຄາສູງໝາກຜົນ ການຮ່ວມມືລະຫວ່າງກອງບັນຊາການສັນຕິລາດທະຫານກອງທັບລາດຊະວົງກຳປູເຈຍ ກັບບັນດາອົງການ, ກົມກອງຕ່າງໆຂອງຫວຽດນາມ ໃນໄລຍະຜ່ານມາ. ສອງຝ່າຍຖືວ່າ, ບັນດາໝາກຜົນເຫຼົ່ານີ້ໄດ້ປະກອບສ່ວນສໍາຄັນເຂົ້າໃນການປັບປຸງສາຍພົວພັນລະຫວ່າງກອງທັບສອງປະເທດເວົ້າລວມ ແລະລະຫວ່າງບັນດາກົມກອງເວົ້າ ສະເພາະ.

ໂດຍ: ທະນາພອນ