ການຢ້ຽມຢາມໄດ້ດໍາເນີນໄປໃນສະພາບທີ່ການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ-ເບລາລຸດ ສືບຕໍ່ໄດ້ຮັບການຊຸກຍູ້, ໂດຍສະເພາະແມ່ນພາຍຫຼັງການຢ້ຽມຢາມຫວຽດນາມ ຂອງລັດຖະມົນຕີກະຊວງປ້ອງກັນປະເທດເບລາລຸດ ເມື່ອເດືອນພະຈິກ 2018. ການນໍາກະຊວງປ້ອງກັນປະເທດສອງປະເທດໄດ້ເຫັນດີເປັນເອກະພາບໂດຍຖືວ່າວິທະຍາສາດການທະຫານແມ່ນໜຶ່ງຂົງເຂດການຮ່ວມມືສໍາຄັນຜ່ານການເຊັນສັນຍາກ່ຽວກັບການຮ່ວມມືໃນຂົງເຂດວິທະຍາສາດການທະຫານ. ທ່ານພົນຕີ ຟຸ່ງສີເຕິ໊ນ ຖືວ່າການຢ້ຽມຢາມຂອງທ່ານພັນເອກ Buzin Nikolai Evgenievich ເປັນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ການມີເຈດຕະນາດີ ແລະຄວາມຕັດສິນໃຈຂອງສອງຝ່າຍເພື່ອຫັນບັນດາຄໍາໝັ້ນສັນຍາການຮ່ວມມືໃນຂົງເຂດວິທະຍາສາດການທະຫານໃຫ້ປະກົດຜົນເປັນຈິງ.

leftcenterrightdel
ທ່ານພົນຕີ ຟຸ່ງສີເຕິ໊ນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ຕ້ອນຮັບທ່ານພັນເອກ Buzin Nikolai Evgenievich, ຮອງຫົວໜ້າກົມໃຫຍ່ເສນາທິການບັນດາກໍາລັງປະກອບອາວຸດ ສ. ເບລາລຸດ. ພາບ: ຮວ່າງຫວູ.

ທ່ານພັນເອກ Buzin Nikolai Evgenievich ແຈ້ງໃຫ້ທ່ານພົນຕີ ຟຸ່ງສີເຕິ໊ນ ຊາບກ່ຽວກັບໝາກຜົນການເຮັດວຽກອັນດີງາມກ່ອນໜ້ານັ້ນກັບກົມວິທະຍາສາດການທະຫານ, ກະຊວງປ້ອງກັນປະເທດຫວຽດນາມ, ຜ່ານນັ້ນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ, ສ້າງຕັ້ງຂອບແຜນການ ແລະວາງອອກບັນດາມາດຕະການຜັນຂະຫຍາຍເນື້ອໃນຕ່າງໆໃນຂໍ້ຕົກລົງທີ່ໄດ້ລົງນາມ.

ທ່ານພົນຕີ ຟຸ່ງສີເຕິ໊ນ ສະເໜີວ່າໃນໄລຍະຈະມາເຖິງ, ສອງຝ່າຍຈົ່ງຊີ້ນໍາບັນດາອົງການທີ່ໄດ້ຮັບມອບສິດຕັ້ງໜ້າເປັນເຈົ້າການແລກປ່ຽນຂໍ້ມູນຂ່າວສານ, ແບ່ງບັນບົດຮຽນການຄົ້ນຄວ້າວິທະຍາສາດ, ແລກປ່ຽນນັກຊ່ຽວຊານ...

ໂດຍ: ເກື່ອງດັ້ງ