ທ່ານພົນໂທ ຫງວຽນຈີວິ້ງ ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເປັນປະທານ ແລະມອບໜ້າທີ່ໃຫ້ນາຍທະຫານ 2 ຄົນທີ່ພວມກະກຽມອອກເດີນທາງໄປປະຕິບັດໜ້າທີ່.

ພິເສດ, ນາຍທະຫານ 2 ຄົນທີ່ໄປປະຕິບັດງານໃນຄັ້ງນີ້, ມີທ່ານນາງພັນຕີ ຫງວຽນທິມີງເຟືອງ, ເຊິ່ງແມ່ນນາຍທະຫານຍິງຜູ້ທີສາມຂອງຫວຽດນາມ ທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ.

ທ່ານພັນເອກ ເລງອັກເຊີນ ໃຫ້ຮູ້ວ່າໄດ້ສໍາເລັດວຽກງານກະກຽມທຸກດ້ານເປັນຢ່າງດີ, ປະຕິບັດວຽກງານແນວຫຼັງ, ຄອບຄົວເປັນຢ່າງດີ ແລະພ້ອມແລ້ວທີ່ຈະອອກເດີນທາງໄປປະຕິບັດໜ້າທີ່ດ້ວຍຄວາມຕັດສິນໃຈສູງທີ່ສຸດ.

leftcenterrightdel
ທ່ານພົນໂທ ຫງວຽນຈີວິ້ງ ກ່າວຄໍາເຫັນທີ່ພິທີ. ພາບ: ດັ້ງຮ່າ.

ກ່າວຄໍາເຫັນທີ່ພິທີ, ທ່ານພົນໂທ ຫງວຽນຈີວິ້ງ ຢັ້ງຢືນວ່າ, ໂດຍມີຄວາມມານະພະຍາຍາມ, ບັນດານາຍທະຫານທີ່ຜັນຂະຫຍາຍໜ້າທີ່ຢູ່ຄະນະປະຕິບັດງານບໍ່ພຽງແຕ່ສໍາເລັດໜ້າທີ່ດ້ານການທະຫານເທົ່ານັ້ນ ຫາກຍັງປະຕິບັດບັນດາໜ້າທີ່ວຽກງານພົວພັນຕ່າງປະເທດ, ແນະນໍາຮູບພາບອັນດີງາມຂອງກອງທັບປະຊາຊົນຫວຽດນາມ, ປະເທດຊາດຫວຽດນາມ ເຖິງເພື່ອນມິດສາກົນເປັນຢ່າງດີອີກດ້ວຍ. ທ່ານພົນໂທ ຫງວຽນຈີວິ້ງ ຖືວ່າ, ຜ່ານນັ້ນສະແດງຄວາມກ້າວໜ້າ ແລະການເຕີບໃຫຍ່ຂອງກໍາລັງຮັກສາສັນຕິພາບຫວຽດນາມ ສະແດງຄວາມເຊື່ອໝັ້ນວ່າກຳລັງຮັກສາສັນຕິພາບຫວຽດນາມ ສາມາດປະຕິບັດພາລະກໍາສາກົນນີ້ໃນໄລຍະຍາວ.

leftcenterrightdel
ທ່ານພົນໂທ ຫງວຽນຈີວິ້ງ ມອບຂໍ້ຕົກລົງຂອງປະທານປະເທດໃຫ້ແກ່ທ່ານພັນເອກ ເລງອັກເຊີນ ແລະທ່ານນາງພັນຕີ ຫງວຽນທິມີງເຟືອງ. ພາບ: ດັ້ງຮ່າ.

ທ່ານພົນໂທ ຫງວຽນຈີວິ້ງ ສະແດງຄວາມເຊື່ອໝັ້ນວ່າ ທ່ານພັນເອກ ເລງອັກເຊີນ ແລະທ່ານນາງພັນຕີ ຫງວຽນທິມີງເຟືອງ ຈະປະຕິບັດສໍາເລັດໜ້າທີ່ເປັນຢ່າງດີ, ສະແດງໃຫ້ເຫັນລະດັບຄວາມຮູ້ ແລະຄຸນນະທາດຂອງນາຍທະຫານກອງທັບປະຊາຊົນຫວຽດນາມ ໃນໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ.

ໂດຍ: ທະນາພອນ