ຖືເປັນສໍາຄັນການພົວພັນຄູ່ຮ່ວມມື, ຮ່ວມມືສອງຝ່າຍ

ທ່ານພົນໂທ A.V.Kartapolov ໄດ້ແຈ້ງໃຫ້ທ່ານຮອງນາຍົກລັດຖະມົນຕີ ຮັບຊາບກ່ຽວກັບຜົນການເຮັດວຽກລະຫວ່າງຄະນະກົມໃຫຍ່ການເມືອງການທະຫານບັນດາກໍາລັງປະກອບອາວຸດສະຫະພັນລັດເຊຍ ແລະກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ກໍຄືການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ໃນໄລຍະຜ່ານມາ. ທ່ານພົນໂທ A.V.Kartapolov ໃຫ້ຮູ້ວ່າ: ລັດເຊຍ ຍາມໃດກໍຖືເປັນສໍາຄັນການພົວພັນຄູ່ຮ່ວມມື, ການຮ່ວມມືລະຫວ່າງສອງປະເທດ ແລະຖືນີ້ແມ່ນໜ້າທີ່ບຸລິມະສິດ.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການ ເຈືອງຮວ່າບິ່ງ ຕ້ອນຮັບທ່ານພົນໂທ Andrey Valeryevich Kartapolov. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານ ເຈືອງຮວ່າບິ່ງ ຢັ້ງຢືນວ່າ: ລັດເຊຍ ເປັນຄູ່ຮ່ວມມືບຸລິມະສິດສໍາຄັນແຖວໜ້າໃນນະໂຍບາຍພົວພັນຕ່າງປະເທດຂອງຫວຽດນາມ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ສະຫະພັນລັດເຊຍ ພັດທະນານັບມື້ນັບເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນ, ໃນນັ້ນການພົວພັນຮ່ວມມືດ້ານປ້ອງກັນຊາດ ສວມບົດບາດເປັນເສົາຄໍ້າສໍາຄັນ. ທ່ານຮອງນາຍົກລັດຖະມົນຕີ ຕີີລາຄາສູງຕໍ່ໝາກຜົນການພົວພັນດ້ານປ້ອງກັນຊາດ, ການຮ່ວມມືດ້ານເຕັກນິກການທະຫານ ໃນໄລຍະຜ່ານມາລະຫວ່າງສອງປະເທດ, ດ້ວຍບັນດາບາດກ້າວພັດທະນາທີ່ຈະແຈ້ງ, ເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະແທດຈິງ...

ຫວຽດນາມ - ສະຫະພັນລັດເຊຍ ເພີ່ມທະວີການຮ່ວມມືດ້ານວຽກງານການເມືອງການທະຫານ

ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 22 ຕຸລາ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ເລືອງເກື່ອງ ໄດ້ເປັນປະທານພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດສະຫະພັນລັດເຊຍ ໂດຍທ່ານພົນໂທ A.V.Kartapolov ເປັນຫົວໜ້າຄະນະ.  ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານພົນເອກ ເລືອງເກື່ອງ ໄດ້ດໍາເນີນການພົບປະເຈລະຈາກັບທ່ານພົົນ ໂທ A.V.Kartapolov.

leftcenterrightdel
ທ່ານພົນເອກ ເລືອງເກື່ອງ ແລະທ່ານພົນໂທ Andrey Valeryevich Kartapolov ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: ຈ້ອງຫາຍ.

ທີ່ການເຈລະຈາ, ສອງຝ່າຍໄດ້ແລກປ່ຽນບັນດາເນື້ອໃນຮ່ວມມືດ້ານການສຶກສາການເມືອງການທະຫານ ແລະນໍ້າໃຈຮັກຊາດໃຫ້ແກ່ນາຍ ແລະພົນທະຫານ. ທ່ານພົນເອກ ເລືອງເກື່ອງ ໄດ້ແບ່ງປັນບົດຮຽນໃນວຽກງານການເມືອງ, ວັດທະນະທໍາ, ສິລະປະ, ລະບອບນະໂຍບາຍໃຫ້ແກ່ນາຍ ແລະພົນທະຫານ ກັບຄະນະຜູ້ແທນກົມໃຫຍ່ການເມືອງການທະຫານບັນດາກໍາລັງປະກອບອາວຸດ ສະຫະພັນລັດເຊຍ. ທ່ານພົນໂທ A.V.Kartapolov ຂອບໃຈກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ສະໜັບສະໜູນ ແລະແຕ່ງຕັ້ງບັນດາຄະນະຜູ້ແທນຂັ້ນສູງເຂົ້າຮ່ວມບັນດາການເຄື່ອນໄຫວຫຼາຍຝ່າຍ ໂດຍກະຊວງປ້ອງກັນປະເທດລັດເຊຍ ຈັດຕັ້ງ; ຕີລາຄາສູງຜົນການແຂ່ງຂັນຂອງທີມຫວຽດນາມ ທີ່ງານແຂ່ງຂັນກິລາການທະຫານສາກົນ 2019; ພ້ອມທັງພ້ອມແລ້ວທີ່ຈະສະໜັບສະໜູນ ແລະເຂົ້າຮ່ວມການເຄື່ອນໄຫວຕ່າງໆເມື່ອຫວຽດນາມ ດໍາລົງຕໍາແໜ່ງເປັນປະທານອາຊຽນ ປີ 2020.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ຈ້ອງຫາຍ.

ສອງຝ່າຍແລກປ່ຽນ ແລະເຫັນດີເປັນເອກະພາບຕໍ່ເນື້ອໃນ, ມາດຕະການເພີ່ມທະວີການຮ່ວມມືລະຫວ່າງສອງກົມໃຫຍ່ ໃນໄລຍະຈະມາເຖິງ; ຢັ້ງຢືນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ສະຫະພັນລັດເຊຍ ສືບຕໍ່ພັດທະນາຢ່າງຂະຫຍັນຂັນເຄື່ອນໃນຫຼາຍຂົງເຂດ; ການນໍາຂັ້ນສູງສອງປະເທດຮັກສາການພົບປະຂັ້ນສູງເປັນປະຈໍາ; ການພົວພັນຮ່ວມມືດ້ານປ້ອງກັນຊາດ ມີການພັດທະນາກະໂດດຂັ້ນ, ເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະແທດຈິງ.

ເນືື່ອງໃນໂອກາດນີ້, ທ່ານພົນເອກ ເລືອງເກື່ອງ ແລະທ່ານພົນໂທ A.V.Kartapolov  ໄດ້ເຊັນບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືລະຫວ່າງສອງຝ່າຍ.

ຊຸກຍູ້ການຮ່ວມມື, ແລກປ່ຽນບົດຮຽນສື່ມວນຊົນກອງທັບສອງປະເທດ

ຕອນບ່າຍວັນທີ 22 ຕຸລາ, ທ່ານພົນໂທ A.V.Kartapolov ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດລັດເຊຍ ມາຢ້ຽມຢາມໜັງສືພິມກອງທັບປະຊາຊົນຫວຽດນາມ. ເຂົ້າຮ່ວມການຢ້ຽມຢາມໜັງສືພິມກອງທັບປະຊາຊົນຄັ້ງນີ້ ມີທ່ານພົນຕີ ເຈິ່ນກວາງເຟືອງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ. ທ່ານພົນຈັດຕະວາ ຟ້າມວັນຮ໋ວນ, ເລຂາຄະນະພັກ, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນ ເປັນປະທານການຕ້ອນຮັບ.

ທີ່ການຕ້ອນຮັບ, ທ່ານພົນຈັດຕະວາ ຟ້າມວັນຮ໋ວນ ໄດ້ແນະນໍາໃຫ້ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດລັດເຊຍ ຮັບຊາບໂດຍສັງເຂບກ່ຽວກັບວິວັດການກໍາເນີດ, ກໍ່ສ້າງ, ພັດທະນາ ແລະເຕີບໃຫຍ່ຂະຫຍາຍຕົວໃນຕະຫຼອດ 69 ປີຜ່ານມາຂອງໜັງສືພິມກອງທັບປະຊາຊົນຫວຽດນາມ...

leftcenterrightdel
ທ່ານພົນໂທ Andrey Valeryevich Kartapolov ຢ້ຽມຊົມຫໍມູນເຊື້ອຂອງໜັງສືພິມກອງທັບປະຊາຊົນຫວຽດນາມ. ພາບ: ຈ້ອງຫາຍ.

ທ່ານພົນຈັດຕະວາ ຟ້າມວັນຮ໋ວນ ເນັ້ນໜັກວ່າ, ໃນຍຸກສະໄໝເຕັກໂນໂລຢີດີຈີຕອນພັດທະນາຢ່າງແຂງແຮງ, ໜັງສືພິມກອງທັບປະຊາຊົນກວຽດນາມ ເອົາໃຈໃສ່ເປັນພິເສດເຖິງການພັດທະນາໜັງສືພິມກອງທັບປະຊາຊົນ ເອເລັກໂຕນິກ ດ້ວຍຈິດໃຈນໍາມາໃຫ້ເພື່ອນຜູ້ອ່ານບັນດາຂໍ້ມູນຂ່າວໄວທີ່ສຸດ, ຖືກຕ້ອງທີ່ສຸດ. ທ່ານພົນຈັດຕະວາ ຟ້າມວັນຮ໋ວນ ຢັ້ງຢືນວ່າ, ການຮ່ວມມືສາກົນ ຍາມໃດກໍໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກໜັງສືພິມກອງທັບປະຊາຊົນ.

ທ່ານພົນໂທ A.V.Kartapolov ຕີລາຄາສູງຄຸນນະພາບບັນດາສື່ສິ່ງພິມຂອງໜັງສືພິມກອງທັບປະຊາຊົນ ກໍຄືລະດັບວິຊາສະເພາະ, ທັກສະຂຽນຂ່າວຂອງຖັນແຖວພະນັກງານ, ນັກຂ່າວ, ນັກບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ. ທ່ານພົນໂທ A.V.Kartapolov ສະເໜີ, ໃນໄລຍະຈະມາເຖິງ, ໜັງສືພິມກອງທັບປະຊາຊົນຫວຽດນາມ ແລະ ໜັງສືພິມດາວແດງຂອງສະຫະພັນລັດເຊຍ ຄວນເພີ່ມທະວີການຮ່ວມມືໃນບັນດາຂົງເຂດກໍ່ສ້າງ, ບໍາລຸງສ້າງນັກຂ່າວ, ນັກບັນນາທິການ; ແບ່ງປັນຂໍ້ມູນເພື່ອປະຕິບັດສໍາເລັດໜ້າທີ່ຂອງແຕ່ລະຝ່າຍໃນໄລຍະຈະມາເຖິງໃຫ້ເປັນຢ່າງ ດີ.

ໂດຍ: ໄຊຊະນະ