ທີ່ການພົບປະ, ສອງຝ່າຍໄດ້ເຫັນດີເປັນເອກະພາບຕີລາຄາວ່າ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຈີນ ໃນຊຸມປີມໍ່ໆມານີ້ ບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າ, ແທດຈິງ. ຄວາມຮັບຮູ້ລວມຂອງການນໍາຂັ້ນສູງສອງພັກ, ສອງລັດ ແມ່ນເປັນພື້ນຖານອັນໜັກແໜ້ນເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ສືບຕໍ່ພັດທະນາຢ່າງປອດໃສ, ຍືນຍົງ. ການຮ່ວມມືດ້ານປ້ອງກັນຊາດພັດທະນາກາຍເປັນໜຶ່ງໃນບັນດາເສົາຄໍ້າຂອງການພົວພັນລະຫວ່າງສອງປະເທດ. 

leftcenterrightdel
ທ່ານພົນເອກ ໂງຊວນລິກ ແລະທ່ານພົນໂທ  Xu Qiliang ຖ່າຍຮູບລວມກັບບັນດາຜູ້ແທນສອງຝ່າຍທີ່ການພົບປະ. ພາບ: ທູຈາງ.

ທ່ານພົນເອກ ໂງຊວນລິກ ສະເໜີໃນໄລຍະຈະມາເຖິງ, ສອງຝ່າຍຄວນເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນບັນດາຄະນະຜູ້ແທນຂັ້ນສູງ; ສືບຕໍ່ສົມທົບກັນໃນການແລກປ່ຽນບົດຮຽນກໍ່ສ້າງກອງທັບໃຫ້ໝັ້ນຄົງເຂັ້ມແຂງດ້ານການເມືອງ; ຮັກສາກົນໄກເຈລະຈານະໂຍບາຍດ້ານປ້ອງກັນຊາດຂັ້ນຮອງລັດຖະມົນຕີ; ຕັ້ງໜ້າກະກຽມໃຫ້ແກ່ງານພົບປະແລກປ່ຽນມິດຕະພາບກ່ຽວກັບການປ້ອງກັນຊາດຢູ່ເຂດຊາຍແດນຄັ້ງທີ 6; ຍູ້ແຮງການຮ່ວມມືກ່ຽວກັບເລື່່ອງຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສະຫະປະຊາຊາດ...

ກ່ຽວກັບບັນດາບັນຫາທີ່ຍັງຄົງຂ້າງໃນການພົວພັນສອງຝ່າຍ, ສອງຝ່າຍ ຖືວ່າ, ຫວຽດນາມ ແລະ ຈີນ ຄວນແລກປ່ຽນເປັນປະຈໍາ, ປຶກສາຫາລືຢ່າງກົງໄປກົງມາ, ຈິງໃຈເພື່ອແກ້ໄຂບັນຫາຢ່າງສົມເຫດສົມຜົນຕາມເນື້ອໃນຈິດໃຈຂໍ້ຕົກລົງຂັ້ນສູງລະຫວ່າງການນໍາສອງປະເທດ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ ແລະປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ.

ຕີລາຄາສະພາບພາກພື້ນ ແລະສາກົນທີ່ກໍາລັງຜັນແປຢ່າງສັບສົນ, ທ່ານພົນໂທ Xu Qiliang ຖືວ່າ, ແທນທີ່ປະທະກັນ, ບັນດາປະເທດຄວນເພີ່ມທະວີການເຈລະຈາ ແລະຮ່ວມມືເພື່ອຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອພັດທະນາ. ໃນຂະນະນັ້ນ, ທ່ານພົນເອກ ໂງຊວນລິກ ເນັ້ນໜັກວ່າ, ຄວນມີການຮ່ວມແຮງຮ່ວມໃຈຂອງທຸກປະເທດເພື່ອຮັບມືກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງລວມໃນປັດຈຸບັນ.

ໂດຍ: ໄຊຊະນະ