ກ່າວຄໍາເຫັນທີ່ພິທີປິດ, ທ່ານພັນເອກພິເສດ, ຮສຈ, ປອ. ຫງວຽນຫວູ ຮອງຫົວໜ້າກົມວິທະຍາສາດການທະຫານ ໃຫ້ຮູ້ວ່າ, ຊຸດຝຶກອົບຮົມໄດ້ດໍາເນີນເປັນເວລາເກືອບໜຶ່ງເດືອນ ເພືື່ອແນໃສ່ແນະນໍາ, ແລກປ່ຽນກ່ຽວກັບວຽກງານປົກປັກຮັກສາສິ່ງແວດລ້ອມໃນກອງທັບປະຊາຊົນຫວຽດນາມ ກັບຄະນະພະນັກງານກົມວິທະຍາສາດ-ປະຫວັດສາດການທະຫານ, ກະຊວງປ້ອງກັນປະເທດລາວ ກໍ່ຄືປະກອບສ່ວນຊຸກຍູ້ການພົວພັນສາມັກຄີແບບພິເສດລະຫວ່າງກອງທັບສອງປະເທດ.

leftcenterrightdel
ການນໍາກົມວິທະຍາສາດການທະຫານ ແລະວິທະຍາຄານເຕັກນິກການທະຫານມອບໃບຢັ້ງຢືນ ແລະດອກໄມ້ອວຍພອນຄະນະພະນັກງານກົມວິທະຍາສາດ-ປະຫວັດສາດການທະຫານ, ກະຊວງປ້ອງກັນປະເທດລາວ ທີ່ສໍາເລັດການຝຶກອົບຮົມ. ພາບ: ຮວ່າງຫວູ.

ທ່ານພັນເອກພິເສດ, ຮສຈ, ປອ. ຫງວຽນຫວູ ໄດ້ສະແດງຄວາມມຸ່ງຫວັງວ່າບັນດາເນື້ອໃນ, ບົດຮຽນໄດ້ແນະນໍາຢູ່ຫ້ອງຝຶກອົບຮົມຈະແມ່ນພື້ນຖານ, ເອກະສານສໍາຄັນເພື່ອໃຫ້ພະນັກງານກົມວິທະຍາສາດ-ປະຫວັດສາດການທະຫານ, ກະຊວງປ້ອງກັນປະເທດລາວ ຄົ້ນຄວ້າ, ໝູນໃຊ້ຢ່າງມີຫົວຄິດປະດິດສ້າງໃຫ້ສອດຄ່ອງກັບຈຸດພິເສດ, ໜ້າທີ່ກ່ຽວກັບວຽກງານປົກປັກຮັກສາສິ່ງແວດລ້ອມໃນກອງທັບປະຊາຊົນລາວ.

ໂດຍ: ເກື່ອງດັ້ງ