leftcenterrightdel
ທ່ານພົນໂທ ຫງວຽນຈ້ອງເຫງ້ຍ ກ່າວຄໍາເຫັນສະຫຼຸບກອງປະຊຸມ. ພາບ: ມິນແອັງ

ທ່ານພົນໂທ ຫງວຽນຈ້ອງເຫງ້ຍ ຮອງຫົວໜ້າກົມໃຫຍ່ການເມືອງເປັນປະທານກອງປະຊຸມ. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລື, ປະກອບຄໍາເຫັນສ້າງຮ່າງແຜນການຂອງກະຊວງປ້ອງກັນປະເທດກ່ຽວກັບບາງກິດຈະກຳສະເຫຼີມສະຫຼອງໃຫ້ສຳເລັດ; ສຸມໃສ່ເຂົ້າໃນບັນດາການເຄື່ອນໄຫວ: ໂຄສະນາເຜີຍແຜ່, ນະໂຍບາຍ, ພົບປະ, ຍ້ອງຍໍ ແລະຈັດຕັ້ງພິທີສະເຫຼີມສະຫຼອງ  70 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ ລາວ.

ກ່າວຄໍາເຫັນສະຫຼຸບທີ່ກອງປະຊຸມ, ທ່ານພົນໂທ ຫງວຽນຈ້ອງເຫງ້ຍ ເນັ້ນໜັກວ່າ: ຍ້ອນເວລາກະກຽມຍັງບໍ່ຫຼາຍ, ເພື່ອໃຫ້ບັນດາການເຄື່ອນໄຫວສະເຫຼີມສະຫຼອງບັນລຸໄດ້ມີປະສິດທິຜົນຢ່າງແທດຈິງ, ບັນດາອົງການ, ກົມກອງທີ່ກ່ຽວຂ້ອງພາຍໃນ ແລະນອກກອງທັບຄວນສົມທົບກັນຢ່າງແໜ້ນແຟ້ນ, ຕັ້ງໜ້າ, ເປັນເຈົ້າການຜັນຂະຫຍາຍບັນດາໜ້າທີ່ທີ່ໄດ້ມອບໝາຍໃຫ້; ຍູ້ແຮງການໂຄສະນາເຜີຍແຜ່, ສຶກສາອົບຮົມ, ເຊີດຊູບັນດາການປະກອບສ່ວນທີ່ໃຫຍ່ຫຼວງຂອງທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ; ກ່ຽວກັບນໍ້າໃຈສາມັກຄີມິດຕະພາບແບບພິເສດລະຫວ່າງສອງພັກ, ສອງກອງທັບ ແລະປະຊາຊົນສອງປະເທດຫວຽດນາມ-ລາວ.

ໂດຍ: ຈາງຫງວຽນ