ທ່ານພົນໂທ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານພົນເອກ Natt Intracharoen ເລຂາຜູ້ປະຈໍາການກະຊວງປ້ອງກັນປະເທດໄທ ເປັນປະທານຮ່ວມການເຈລະຈາ. ເຂົ້າຮ່ວມການເຈລະຈາມີທ່ານພົນໂທ ຟ້າມງອັກມິງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ແລະພະນັກງານຂັ້ນສູງຫຼາຍຄົນຂອງກອງທັບສອງປະເທດ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມການເຈລະຈາ. ພາບ: ມິນເງິນ

ການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ-ໄທ ແມ່ນກົນໄກປະຈໍາປີເພື່ອແນໃສ່ແລກປ່ຽນເຫັນດີເປັນເອກະພາບບັນດາບັນຫາຍຸດທະສາດ, ກໍານົດທິດການຮ່ວມມືດ້ານປ້ອງກັນຊາດສອງປະເທດ; ຜ່ານນັ້ນ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບທີ່ດີງາມລະຫວ່າງສອງປະເທດເວົ້າລວມ ແລະລະຫວ່າງກະຊວງປ້ອງກັນປະເທດສອງປະເທດເວົ້າສະເພາະກວ່າອີກ; ຮ່ວມມືດ້ານປ້ອງກັນຊາດແມ່ນໜຶ່ງໃນບັນດາເສົາຄໍ້າສໍາຄັນໃນການພົວພັນລະຫວ່າງສອງປະເທດ.

ທີ່ການເຈລະຈາ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາບັນຫາຄວາມໝັ້ນຄົງໃນພາກພື້ນ ແລະສາກົນຢ່າງກວ້າງຂວາງ. ສອງຝ່າຍຕີລາຄາວ່າໃນໄລຍະຜ່ານມາ, ການພົວພັນຮ່ວມມືລະຫວ່າງກະຊວງປ້ອງກັນປະເທດສອງປະເທດສືບຕໍ່ພັດທະນາຢ່າງແຮງ, ບັນລຸໄດ້ໝາກຜົນທີ່ແທດຈິງ. ສອງຝ່າຍເຫັນດີເປັນເອກະພາບໃນໄລຍະຈະມາເຖິງຈະສືບຕໍ່ຜັນຂະຫຍາຍບັນດາເນື້ອໃນຮ່ວມມືຢ່າງຄົບຖ້ວນ ແລະມີປະສິດທິຜົນ.

ໂດຍ: ກວຽດເຕິມ