ທີ່ພິທີໄຂກອງປະຊຸມ, ທ່ານພົນເອກ ໂຕເລິມ ໃຫ້ຮູ້ວ່າ, ພາກພື້ນອາຊຽນ ພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ໃນນັ້ນມີບັນຫາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ.

leftcenterrightdel
ທ່ານພົນເອກ ໂຕເລິມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ຮວ່າງຫວູ.

ທ່ານພົນເອກ ໂຕເລິມ ກໍ່ເນັ້ນໜັກວ່າ “ການຜັນແປຂອງອາດຊະຍາກໍາຂ້າມຊາດຢູ່ພາກພື້ນ ແລະຢູ່ແຕ່ລະປະເທດສະມາຊິກຍັງສັບສົນຢູ່, ດ້ວຍຫຼາຍປັດໄຈຍາກທີ່ຈະຄາດຄະເນລ່ວງໜ້າໄດ້...”. ຕາມທ່ານພົນເອກ ໂຕເລິມ ແລ້ວ, ໃນສະພາບການດັ່ງກ່າວ, ບົດບາດຂອງບັນດາອົງການປະຕິບັດກົດໝາຍຂອງບັນດາປະເທດອາຊຽນ, ໃນນັ້ນມີກໍາລັງຕໍາຫຼວດແມ່ນສໍາຄັນທີ່ສຸດໃນວຽກງານຕ້ານ, ສະກັດກັ້ນອາດຊະຍາກໍາ, ຮັບປະກັນຄວາມໝັ້ນຄົງແຫ່ງຊາດ ແລະຮັກສາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: ຮວ່າງຫວູ.

ທ່ານພົນເອກ ໂຕເລິມ ຢັ້ງຢືນວ່າ, ກະຊວງຕໍາຫຼວດຫວຽດນາມເວົ້າລວມ ແລະກໍາລັງຕໍາຫຼວດຫວຽດນາມເວົ້າສະເພາະ ຍາມໃດກໍ່ມານະພະຍາຍາມສູ້ຊົນກາຍເປັນສະມາຊິກຕັ້ງໜ້າ, ມີຄວາມຮັບຜິດຊອບຂອງ ASEANAPOL. ກໍາລັງຕໍາຫຼວດຫວຽດນາມ ເປັນກຽດ ແລະມີຄວາມເອກອ້າງທະນົງໃຈເມື່ອໄດ້ເປັນເຈົ້າພາບຈັດຕັ້ງກອງປະຊຸມ ASEANAPOL  ຄັ້ງທີ 39. ນີ້ຈະແມ່ນໂອກາດເພື່ອເພີ່ມທະວີການພົວພັນຮ່ວມມືລະຫວ່າງກໍາລັງຕໍາຫຼວດບັນດາປະເທດສະມາຊິກ ASEANAPOL ນຳກັນກວ່າອີກ ກໍ່ຄືກັບບັນດາຄູ່ຮ່ວມມືໃນວຽກງານຕ້ານ ແລະສະກັດກັ້ນອາດຊະຍາກໍາ.

ໂດຍ: ທະນາພອນ