ທີ່ການຕ້ອນຮັບ, ທ່ານພົນເອກ ໂງຊວນລິກ ຊົມເຊີຍທ່ານພົນໂທ Álvaro Lopez Miera  ແລະຄະນະຜູ້ແທນການທະຫານຂັ້ນສູງກູບາ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ; ທ່ານເຊື່ອໝັ້ນວ່າການຢ້ຽມຢາມຈະປະກອບສ່ວນຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ກູບາ ໃຫ້ນັບມື້ນັບພັດທະນາຢ່າງແທດຈິງ, ມີປະສິດທິຜົນ ແລະຍືນຍົງ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ໄດ້ຕ້ອນຮັບທ່ານພົນໂທ Álvaro Lopez Miera. ພາບ: ຈ້ອງຫາຍ.

ທ່ານພົນເອກ ໂງຊວນລິກ ຕີລາຄາສູງຜົນການພົບປະເຈລະຈາກ່ອນໜ້ານັ້ນລະຫວ່າງສອງຄະນະຜູ້ແທນການທະຫານຂັ້ນສູງສອງປະເທດ ແລະສະແຄງຄວາມປິຕິຊົມຊື່ນຕໍ່ຜົນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ຫວຽດນາມ-ກູບາ ໃນໄລຍະຜ່ານມາ. ທ່ານກໍ່ປາດຖະໜາຢາກໃຫ້ກອງທັບສອງປະເທດສືບຕໍ່ມີການເຄື່ອນໄຫວຮ່ວມມືແທດຈິງຫຼາຍຢ່າງແນໃສ່ເພີ່ມທະວີການພົວພັນມິດຕະພາບອັນດີງາມລະຫວ່າງກອງທັບສອງປະເທດເວົ້າສະເພາະ ແລະລະຫວ່າງພັກ, ລັດ, ປະຊາຊົນຫວຽດນາມ-ກູບາ ເວົ້າລວມກວ່າອີກ.

ຄຽງຂ້າງການປຶກສາຫາລືກ່ຽວກັບການຮ່ວມມືດ້ານປ້ອງກັນຊາດສອງຝ່າຍແລ້ວ, ທ່ານພົນເອກ ໂງຊວນລິກ ແລະທ່ານພົນໂທ Álvaro Lopez Miera ກໍ່ແຈ້ງໃຫ້ກັນຊາບກ່ຽວກັບສະພາບການແຕ່ລະປະເທດ; ແບ່ງປັນບັນດາບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ໂດຍ: ດັ້ງເກື່ອງ