leftcenterrightdel
ທ່ານພົນຈັດຕະວາ ຫງວຽນຊວນຫງີ້, ຮອງຫົວໜ້າຫ້ອງການຄະນະພັກການທະຫານສູນກາງ-ຫ້ອງການກະຊວງປ້ອງກັນປະເທດ, ຫົວໜ້າຄະນະຈັດຕັ້ງຊຸດຝຶກອົບຮົມ ກ່າວຄໍາເຫັນ. ພາບ: ຊວນຢຸງ.

ກ່າວຄໍາເຫັນທີ່ພິທີ, ທ່ານພົນຈັດຕະວາ ຫງວຽນຊວນຫງີ້ ຮອງຫົວໜ້າຫ້ອງການຄະນະພັກການທະຫານສູນກາງ-ຫ້ອງການກະຊວງປ້ອງກັນປະເທດ, ຫົວໜ້າຄະນະຈັດຕັ້ງຊຸດຝຶກອົບຮົມສະເໜີບັນດາພະນັກງານກອງທັບປະຊາຊົນລາວ ເຂົ້າຮ່ວມຊຸດຝຶກອົບຮົມແກ້ໄຂຄວາມຫຍຸ້ງຍາກ, ສຸມໃສ່ຄົ້ນຄວ້າ, ຮໍ່າຮຽນ, ກໍາແໜ້ນບັນດາຄວາມຮູ້ ແລະບົດຮຽນຕົວຈິງ ເພື່ອນຳໃຊ້ເຂົ້າໃນວິວັດການປະຕິບັດງານຢູ່ບັນດາອົງການ, ກົມກອງໃນກອງທັບປະຊາຊົນລາວ.

ທ່ານພັນຕີ ອໍາຄັນ ແກ້ວປັນຍາ, ຫົວໜ້າຄະນະພະນັກງານກອງທັບປະຊາຊົນລາວ ເຂົ້າຮ່ວມຊຸດຝຶກອົບຮົມສະແດງຄວາມຂອບອົກຂອບໃຈຕໍ່ຄວາມເອົາໃຈໃສ່ຊ່ວຍເຫຼືອຈາກກະຊວງປ້ອງກັນປະເທດຫວຽດນາມ ແລະບັນດາອົງການ, ກົມກອງທີ່ກ່ຽວຂ້ອງໃນການຈັດຕັ້ງຊຸດຝຶກອົບຮົມ. ທ່ານ ຍັງເນັ້ນໜັກວ່າ, ບັນດາພະນັກງານກອງທັບປະຊາຊົນລາວ ເຂົ້າຮ່ວມຊຸດຝຶກອົບຮົມຈະຍົກສູງຈິດໃຈຮັບຜິດຊອບ, ຕັ້ງໜ້າຮໍ່າຮຽນ, ຮັບເອົາຄວາມຮູ້, ພ້ອມທັງປະຕິບັດບັນດາກົດລະບຽບ, ລະບຽບການຂອງຊຸດຝຶກອົບຮົມຢ່າງເຂັ້ມງວດ.

leftcenterrightdel
ນັກສໍາມະນາກອນຖ່າຍຮູບເປັນທີ່ລະນຶກກັບບັນດາຜູ້ແທນ. ພາບ: ຊວນຢຸງ.

ຊຸດຝຶກອົບຮົມໄດ້ດໍາເນີນເປັນເວລາ 15 ມື້ຢູ່ ຫວຽດນາມ, ພ້ອມກັບບັນດາເນື້ອໃນວິຊາການກ່ຽວກັບວຽກງານປະຕູຖານຂໍ້ມູນເອເລັກໂຕນິກ, ບັນດາພະນັກງານກອງທັບປະຊາຊົນລາວ ຍັງໄດ້ຄົ້ນຄວ້າກ່ຽວກັບການຈັດຕັ້ງ, ພາລະບົດບາດ, ໜ້າທີ່ປະຕູຖານຂໍ້ມູນເອເລັກໂຕນິກໃນກອງທັບປະຊາຊົນຫວຽດນາມ; ບົດຮຽນໃນການຄຸ້ມຄອງ, ນຳໃຊ້ເວັບໄຊ/ປະຕູ້ຖານຂໍ້ມູນເອເລັກໂຕນິກ; ການລວບລວມຂໍ້ມູນ, ຂຽນຂ່າວ, ບົດ, ບັນນາທິການຂໍ້ມູນເອເລັກໂຕນິກ ແລະຜັນຂະຫຍາຍບັນດາບໍລິການບໍລິຫານພາກລັດຢູ່ປະຕູຖານຂໍ້ມູນເອເລັກໂຕນິກກະຊວງປ້ອງກັນປະເທດຫວຽດນາມ.

ຄາດຄະເນວ່າຊຸດຝຶກອົບຮົມຈະປິດລົງໃນວັນທີ 27 ກັນຍາ.

ໂດຍ: ໄຊນີດາ