ທີ່ການເຮັດວຽກ, ທ່ານພົນໂທ ເລຈຽມ ໄດ້ແຈ້ງໃຫ້ຊາບກ່ຽວກັບໝາກຜົນແຫ່ງການປະຕິບັດງານຢູ່ອົດສະຕາລີ ຂອງຄະນະ, ໃນນັ້ນພົ້ນເດັ່ນແມ່ນເລື່ອງຫ້ອງການຄະນະຊີ້ນໍາແຫ່ງຊາດກ່ຽວກັບການຊອກຫາ, ທ້ອນໂຮມ ແລະກໍານົດຊື່ ແລະນາມສະກຸນອັດຖິທະຫານເສຍສະຫຼະຊີວິດເພື່ອຊາດໄດ້ຮັບ “ໂຄງການຫັນຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງທະຫານຫວຽດນາມ ເສຍສະຫຼະຊີວິດໃນສົງຄາມຕ້ານອາເມລິກາ ເປັນດີຈີຕອນ”.

leftcenterrightdel
ທ່ານພົນໂທ ເລຈຽມ ມອບສັນຍາລັກໃຫ້ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈໍາ ອົດສະຕາລີ. ພາບ: qdnd.vn.

ຄຽງຂ້າງນັ້ນ, ທ່ານພົນໂທ ເລຈຽມ ກໍ່ສະແດງຄວາມປາດຖະໜາວ່າທ່ານ ໂງເຮືອງນາມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈໍາ ອົດສະຕາລີ ຈະສະເໜີບັນດາອົງການທີ່ກ່ຽວຂ້ອງ, ລັດຖະບານອົດສະຕາລີ ເອົາໃຈໃສ່, ຍູ້ແຮງການແບ່ງປັນ, ສະໜອງຂໍ້ມູນຂ່າວສານ, ເອກະສານທີ່ກ່ຽວຂ້ອງເຖິງທະຫານຫວຽດນາມ ເສຍສະຫຼະຊີວິດ, ບໍ່ມີຂໍ້ມູນຂ່າວສານ, ທີ່ຫາຍສາບສູນໃນປາງສົງຄາມເພື່ອຮັບໃຊ້ວຽກງານຊອກຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງບັນດາຄອບຄົວທະຫານເສຍສະຫຼະຊີວິດເພື່ອຊາດ.

ໂດຍ: ຈາງຫງວຽນ