ຕອນເຊົ້າວັນທີ 12 ກັນຍາ, ທີ່ສໍານັກງານກະຊວງປ້ອງກັນປະເທດລາວ, ຄະນະຜູ້ແທນກອງບັນຊາການທະຫານຊາຍແດນຫວຽດນາມ ໄດ້ພົບປະເຈລະຈາກັບຄະນະຜູ້ແທນກົມທະຫານຊາຍແດນລາວ ໂດຍທ່ານພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ເປັນຫົວໜ້າຄະນະ.

leftcenterrightdel
ທ່ານພົນຕີ ຮ່ວາງຊວນຈ໋ຽນ ແລະທ່ານພົນຈັດຕະວາ ສີພັນ ພຸດທະວົງ ຖ່າຍຮູບລວມ. ພາບ: Bienphong.com.vn

ທີ່ການພົບປະເຈລະຈາ, ສອງຝ່າຍສືບຕໍ່ຊີ້ນໍາບັນດາອົງການ, ກົມກອງສັງກັດປະຕິບັດຂໍ້ຕົກລົງຮ່ວມມືດ້ານການປ້ອງກັນຊາຍແດນລະຫວ່າງສອງຝ່າຍຢ່າງເຂັ້ມງວດ ແລະມີປະສິດທິຜົນ; ຕັ້ງໜ້າໂຄສະນາເຜີຍແຜ່, ສຶກສາປະຊາຊົນຢູ່ເຂດຊາຍແດນສອງປະເທດກ່ຽວກັບອະນຸສັນຍາວ່າດ້ວຍເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນລະຫວ່າງສອງປະເທດ, ສັນຍາກ່ຽວກັບລະບຽບການຄຸ້ມຄອງຊາຍແດນ ແລະດ່ານຊາຍແດນຢູ່ເຂດດິນຕໍ່ແຜ່ນລະຫວ່າງສອງປະເທດ; ສາຍພົວພັນແບບພິເສດລະຫວ່າງສອງປະເທດ. ນອກຈາກນັ້ນ, ສອງຝ່າຍຍັງເຫັນດີເປັນເອກະພາບສືບຕໍ່ຕັ້ງໜ້າສົມທົບກັນ, ເຂົ້າຮ່ວມການຈັດຕັ້ງບັນດາລາຍການພົບປະແລກປ່ຽນມິດຕະພາບທຸກຂັ້ນຢູ່ເຂດຊາຍແດນ; ຊຸກຍູ້ການເຄື່ອນໄຫວພົບປະແລກປ່ຽນ, ແລກປ່ຽນບົດຮຽນກ່ຽວກັບການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຕ້ານ, ສະກັດກັ້ນອາດຊະຍາກຳ, ເປັນຕົ້ນແມ່ນອາດຊະຍາກໍາຢາເສບຕິດ. ພ້ອມນັ້ນ, ໜູນຊ່ວຍເຊິ່ງກັນ ແລະກັນໃນວຽກງານກໍ່ສ້າງ ແລະບໍາລຸງສ້າງຍົກສູງຄວາມສາມາດບົ່ມຊ້ອນໃນການປະຕິບັດກົດໝາຍຂອງກໍາລັງທະຫານຊາຍແດນສອງປະເທດ.

ເນື່ອງໃນໂອກາດນີ້, ທ່ານພົນຕີ ຮ່ວາງຊວນຈ໋ຽນ ໄດ້ຕາງໜ້າຄະນະມອບເງິນຈໍານວນ 90 ລ້ານກີບ (ປະມານ 10.000 ໂດລາສະຫະລັດ) ໃຫ້ກະຊວງປ້ອງກັນປະເທດລາວ ເພື່ອໜູນຊ່ວຍ, ຊ່ວຍເຫຼືອປະຊາຊົນຢູ່ບັນດາແຂວງພາກກາງ ແລະພາກໃຕ້ລາວ ທີ່ຖືກເສຍຫາຍຢ່າງໜັກໜ່ວງຈາກໄພທຳມະຊາດ, ນໍ້າຖ້ວມ.

ໂດຍ: ຈາງຫງວຽນ