ກ່ອນໜ້ານັ້ນ, ກໍາປັ່ນ MSC ESTHI, ສັນຊາດປານາມາ ພວມເດີນທາງຈາກສິງກະໂປ ໄປຈີນ, ເມື່ອໄປຮອດທີ່ຕັ້ງ 15009 N-111044 E ຢູ່ເຂດທະເລທາງທິດໃຕ້ໝູ່ເກາະຮວ່າງຊາ ໄດ້ແຈ້ງຂ່າວໃຫ້ສູນສົມທົບກັນຊອກຫາກູ້ໄພກູ້ຊີບທາງທະເລຫວຽດນາມຊາບວ່າ: ລູກເຮືອຂອງກໍາປັ່ນມີທ້າວ Dorde Perunovic ເກີດປີ 1969, ສັນຊາດມອນເຕເນໂກຣ) ເປັນພະຍາດໜັກ, ຕົກເຂົ້າອາການສະຫຼົບ. ເມື່ອເຫັນວ່າອາການອັນຕະລາຍນີ້ອາດຈະນາບຂູ່ເຖິງຊີວິດຂອງລູກເຮືອ, ກັບຕັນເຮືອກໍາປັ່ນ MSC ESTHI ໄດ້ຮຽກຮ້ອງສູນໜູນຊ່ວຍຢ່າງຮີບດ່ວນ.

leftcenterrightdel
ກໍາປັ່ນ SAR 412  ໄດ້ຂົນສົ່ງລູກເຮືອ  Dorde Perunovic ເຂົ້າເຂດດິນຕໍ່ແຜ່ນເພື່ອປະຖົມພະຍາບານ. ພາບ: ຕູ່ງເລິມ.

ຕໍ່ໜ້າສະພາບການດັ່ງກ່າວ, ສູນໄດ້ຈັດສົ່ງກໍາປັ່ນຊອກຫາກູ້ໄພກູ້ຊີບ SAR 412 ທີ່ພວມປະຈໍາການຢູ່ດ່ານັ້ງເດີນທາງໄປປະຕິບັດໜ້າທີ່ຢ່າງຮີບດ່ວນ. ຮອດເວລາ 9  ໂມງ 45 ນາທີຂອງວັນດຽວກັນ, ກໍາປັ່ນ SAR 412 ໄດ້ສໍາຜັດກັບກໍາປັ່ນ MSC ESTHI. ໜ່ວຍປະຕິບັດງານລວມມີບັນດາພາລະກອນກູ້ໄພກູ້ຊີບ ແລະບັນດາແພດໝໍໄດ້ຂຶ້ນກໍາປັ່ນ MSC ESTHI ເພື່ອປະຖົມພະຍາບານໃຫ້ຄົນເຈັບ. ພາຍຫຼັງປະຖົມພະຍາບານຢູ່ກັບທີ່ກວ່າ 1 ຊົ່ວໂມງ, ໜ່ວຍປະຕິບັດງານໄດ້ສົ່ງຄົນເຈັບເຂົ້າກໍາປັ່ນ SAR 412 ເພື່ອນໍາໄປປິ່ນປົວພະຍາດຢູ່ເຂດດິນຕໍ່ແຜ່ນ.

ໂດຍ: ເຈິ່ນຮວ່ຽນ