leftcenterrightdel
ທ່ານພົນຈັດຕະວາ ຮວ່າງກີມຟຸ້ງ ຮັບທຸງເປັນເຈົ້າພາບຈັດຕັ້ງກອງປະຊຸມ APCN ປີ 2020 ຢູ່ຫວຽດນາມ. ພາບ: Vietnamplus.vn.

ທ່ານພົນຈັດຕະວາ ຮວ່າງກີມຟຸ້ງ ໃຫ້ຮູ້ວ່າ, ເປົ້າໝາຍຂອງ APCN ແມ່ນແນໃສ່ເພີ່ມທະວີການຮ່ວມມືກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງການເຄື່ອນໄຫວຮັກສາສັນຕິພາບ ແລະຍົກສູງຄວາມສະມາດສົມທົບກັນໃນການຜັນຂະຫຍາຍບັນດາການເຄື່ອນໄຫວຄູ່ຮ່ວມມືກ່ຽວກັບການຮັກສາສັນຕິພາບລະຫວ່າງບັນດາປະເທດສະມາຊິກອາຊຽນ. ນີ້ແມ່ນຄັ້ງທໍາອິດທີ່ຫວຽດນາມ ດໍາລົງຕໍາແໜ່ງສໍາຄັນທີ່ກ່ຽວຂ້ອງເຖິງການເຄື່ອນໄຫວຮັກສາສັນຕິພາບ. ເຫດການດັ່ງກ່າວບໍ່ພຽງແຕ່ສະແດງໃຫ້ເຫັນການກຽມພ້ອມຂອງຫວຽດນາມ ສໍາລັບບັນດາວຽກງານລວມຂອງສາກົນ ແລະພາກພື້ນເທົ່ານັ້ນ, ຫາກຍັງແມ່ນກາລະໂອກາດເພື່ອໃຫ້ກອງທັບປະຊາຊົນຫວຽດນາມ ສ້າງຮູບພາບປະເທດຫວຽດນາມ ໃນຖານະຕໍາແໜ່ງເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງອາຊຽນ ກໍ່ຄືຂອງສະຫະປະຊາຊາດອີກດ້ວຍ.

ໂດຍ: ຈາງຫງວຽນ