leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີເປີດຊຸດຝຶກອົບຮົມຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn

ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍແທດຈິງ, ປະກອບສ່ວນສໍາຄັນເຂົ້າໃນການບໍາລຸງ, ຍົກສູງລະດັບວິຊາສະເພາະໃຫ້ຖັນແຖວພະນັກງານ, ກໍາມະກອນເຕັກນິກຂະແໜງການພິມຂອງກອງທັບປະຊາຊົນລາວ. ເລື່ອງຈັດຕັ້ງຊຸດຝຶກອົບຮົມຄັ້ງນີ້ແມ່ນຊ່ວຍເພີ່ມທະວີ ແລະເປີດກວ້າງສາຍພົວພັນຮ່ວມມືໃນຂົງເຂດການທະຫານ, ການປ້ອງກັນຊາດລະຫວ່າງກອງທັບ ແລະປະຊາຊົນສອງປະເທດ.

ຊຸດຝຶກອົບຮົມແກ່ຍາວເປັນເວລາ 1 ເດືອນ, ບັນດາພະນັກງານຂອງສໍານັກພິມກອງທັບປະຊາຊົນລາວ ຈະສຸມໃສ່ຄົ້ນຄວ້າບັນດາບັນຫາພື້ນຖານກ່ຽວກັບດ້ານວິຊາສະເພາະ, ວິຊາການນັບທັງທິດສະດີ ແລະການປະຕິບັດຕົວຈິງ. ນອກຈາກນັ້ນ, ໃນວິວັດການເຂົ້າຮ່ວມຊຸດຝຶກອົບຮົມ, ບັນດາພະນັກງານສໍານັກພິມກອງທັບປະຊາຊົນລາວ ຈະມີກາລະໂອກາດຫຼາຍຢ່າງເພື່ອແລກປ່ຽນບົດຮຽນ, ວິທີເຮັດຢ່າງມີຫົວຄິດປະດິດສ້າງໃນການເຄື່ອນໄຫວພິມກໍ່ຄືບັນດາວິທີການຍົກສູງຄຸນນະພາບການພິມປະຈຸບັນນີ້.

ໂດຍ: ຈາງຫງວຽນ