ທີ່ການຕ້ອນຮັບ, ທ່ານພົນເອກ ໂງຊວນລິກ ເຊື່ອໝັ້ນວ່າໄທ ຈະປະສົບຜົນສໍາເລັດໃນບົດບາດເປັນປະທານອາຊຽນ ປີ 2019 ເປັນຢ່າງດີ, ສືບຕໍ່ເສີມຂະຫຍາຍບົດບາດຂອງຕົນໃນການເພີ່ມທະວີສາມັກຄີພາຍໃນ, ຮັກສາບົດບາດໃຈກາງຂອງອາຊຽນ ແລະສ້າງປະຊາຄົມອາຊຽນ ໃຫ້ນັບມື້ນັບເຂັ້ມແຂງ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທ່ານ Tanee Sangrat ເອກອັກຄະລັດຖະທູດໄທ. ພາບ: ມີ້ແຮ້ງ

ທ່ານພົນເອກ ໂງຊວນລິກ ກໍ່ຢັ້ງຢືນວ່າ, ລັດຖະບານຫວຽດນາມ ເວົ້າລວມ ແລະກະຊວງປ້ອງກັນປະເທດຫວຽດນາມ ເວົ້າສະເພາະຈະສືບຕໍ່ສະໜັບສະໜູນໄທ ດໍາລົງຕໍາແໜ່ງເປັນປະທານອາຊຽນ ປີ 2019 ໃຫ້ສຳເລັດ. ລັດຖະບານຫວຽດນາມ ຫວັງວ່າໄທ ຈະຕັ້ງໜ້າສະໜັບສະໜູນຫວຽດນາມ ເປັນປະທານອາຊຽນ ໃນປີ 2020.

ທ່ານ Tanee Sangrat ເອກອັກຄະລັດຖະທູດໄທ ເນັ້ນໜັກວ່າ, ໃນຖານະຕໍາແໜ່ງວຽກງານໃໝ່ຈະສືບຕໍ່ມີການປະກອບຢ່າງຕັ້ງໜ້າໃນການຊຸກຍູ້ ແລະພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດຫວຽດນາມ ແລະໄທ, ໃນນັ້ນມີການພົວພັນດ້ານປ້ອງກັນຊາດ. ໄທ ຈະສະໜັບສະໜູນຈົນສຸດຄວາມສາມາດເພື່ອໃຫ້ຫວຽດນາມ ດໍາລົງຕໍາແໜ່ງເປັນປະທານອາຊຽນ ໃນປີ 2020 ແລະເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ  ອາຍຸການ 2020-2021, ເຊື່ອໝັ້ນວ່າຫວຽດນາມ ຈະປະສົບຜົນສໍາເລັດໃນບັນດາຖານະຕໍາແໜ່ງນີ້.

ໂດຍ: ກວຽດເຕິມ