ຊຸດຝຶກອົບຮົມຊຸດທີ 8 ຈະແກ່ຍາວມາເປັນເວລາ 1 ເດືອນເພື່ອແນໃສ່ບໍາລຸງສ້າງ, ຍົກສູງລະດັບຄວາມຮູ້, ຄວາມສາມາດ ແລະວິທີການຄົ້ນຄວ້າຍຸດທະສາດການທະຫານໃຫ້ແກ່ພະນັກງານສູນຄົ້ນຄວ້າຍຸດທະສາດການທະຫານກອງທັບລາດຊະວົງ ກໍາປູເຈຍ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີເປີດຊຸດຝຶກອົບຮົມ ຖ່າຍຮູບເປັນທີ່ລະນຶກ. ພາບ: ຮວ່າງຫວູ.

ຕາມທ່ານພັນເອກພິເສດ ຫງວຽນວັນເທີນ, ຮອງຫົວໜ້າສະຖາບັນຍຸດທະສາດປ້ອງກັນຊາດ ວ່າ, ໂດຍໄດ້ຊາບຊຶມ ແລະປະຕິບັດຕາມແນວທາງ, ນະໂຍບາຍການຕ່າງປະເທດຂອງພັກ ແລະລັດຫວຽດນາມ, ສະຖາບັນຍຸດທະສາດປ້ອງກັນຊາດ ໄດ້ກໍານົດວຽກງານກໍ່ສ້າງ, ບໍາລຸງໃຫ້ແກ່ພະນັກງານກອງທັບລາດຊະວົງ ກໍາປູເຈຍ ເວົ້າລວມ ແລະໃຫ້ແກ່ສູນຄົ້ນຄວ້າຍຸດທະສາດການທະຫານກອງທັບລາດຊະວົງ ກໍາປູເຈຍ ເວົ້າສະເພາະແມ່ນໜຶ່ງໃນບັນດາໜ້າທີ່ການເມືອງສໍາຄັນພິເສດຂອງສະຖາບັນ.

ທ່ານພັນເອກພິເສດ ຫງວຽນວັນເທີນ ປາດຖະໜາວ່າ ພະນັກງານສູນຄົ້ນຄວ້າຍຸດທະສາດການທະຫານກອງທັບລາດຊະວົງກໍາປູເຈຍ ເຂົ້າຮ່ວມຊຸດຝຶກອົບຮົມຈະແກ້ໄຂທຸກຄວາມຫຍຸ້ງຍາກ, ສຸມໃສ່ມານະພະຍາຍາມປະຕິບັດໜ້າທີ່ຮໍ່າຮຽນ, ແລກປ່ຽນບົດຮຽນໃນວຽກງານນໍາພາ, ບັນຊາ, ຄຸ້ມຄອງ, ຄົ້ນຄວ້າ ແລະບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ກັບຖັນແຖວຄູອາຈານ - ພະນັກງານຄົ້ນຄວ້າຂອງສະຖາບັນຍຸດທະສາດປ້ອງກັນຊາດ, ຜ່ານນັ້ນປະກອບສ່ວນຍົກສູງຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງກອງທັບ ແລະປະຊາຊົນສອງປະເທດເວົ້າລວມ; ລະຫວ່າງສະຖາບັນຍຸດທະສາດປ້ອງກັນຊາດຫວຽດນາມ ແລະສູນຄົ້ນຄວ້າຍຸດທະສາດການທະຫານກອງທັບລາດຊະວົງ ກໍາປູເຈຍ ເວົ້າສະເພາະ.

ໂດຍ: ໄຊຊະນະ