ເຂົ້າຮ່ວມກອງປະຊຸມມີ: ທ່ານພົນຈັດຕະວາ ເຈິ່ນຢຸຍຮືງ, ເລຂາຄະນະພັກ, ຫົວໜ້າການເມືອງກົມໃຫຍ່ເຕັກນິກ; ທ່ານນາງພັນເອກ ຟຸ່ງທິຝຸ, ຫົວໜ້າພະແນກແມ່ຍິງກອງທັບ; ທ່ານນາງພັນໂທ ຄໍາມີ ບົດນາລີ, ຮອງຫົວໜ້າຫ້ອງການສະຫະພັນແມ່ຍິງກົມໃຫຍ່ການເມືອງ, ກະຊວງປ້ອງກັນປະເທດລາວ, ຫົວໜ້າຄະນະພະນັກງານແມ່ຍິງກອງທັບປະຊາຊົນລາວ, ພ້ອມກັບນັກສໍາມະນາກອນທີ່ເຂົ້າຮ່ວມຊຸດຝຶກອົບຮົບ 19 ຄົນ.

leftcenterrightdel
ທ່ານພົນຈັດຕະວາ ເຈິ່ນຢຸຍຮືງ, ຫົວໜ້າການເມືອງກົມໃຫຍ່ເຕັກນິກ ມອບຂອງຂວັນເປັນທີ່ລະນຶກໃຫ້ຜູ້ຕາງໜ້າຄະນະພະນັກງານແມ່ຍິງກອງທັບປະຊາຊົນລາວ. ພາບ: ບິກຈາງ.

ທີ່ກອງປະຊຸມ, ທ່ານນາງພັນເອກ ຟຸ່ງທິຝຸ ໄດ້ແຈ້ງໃຫ້ຄະນະຮັບຊາບກ່ຽວກັບສະພາບການ, ໝາກຜົນພົ້ນເດັ່ນ, ວິທີການເຮັດວຽກທີ່ມີປະສິດທິຜົນຂອງວຽກງານແມ່ຍິງ, ຂະບວນການແມ່ຍິງ ແລະວຽກງານສຶກສາອະນຸບານໃນກອງທັບປະຊາຊົນຫວຽດນາມ ເວົ້າລວມ ແລະກົມໃຫຍ່ເຕັກນິກເວົ້າສະເພາະ.

leftcenterrightdel
ຄະນະພະນັກງານແມ່ຍິງກອງທັບປະຊາຊົນລາວ ຢ້ຽມຢາມໂຮງຮຽນອະນຸບານສາງ 20-10 ຂອງສາງ J106, ກົມຄຸ້ມຄອງລົດ - ກົນຈັກ, ກົມໃຫຍ່ເຕັກນິກ. ພາບ: ບິກຈາງ.

ທ່ານພັນເອກພິເສດ ຫງວຽນຕ໋ຽນຢູງ, ຮອງຫົວໜ້າການເມືອງກົມໃຫຍ່ເຕັກນິກ ໄດ້ແນະນໍາໂດຍສັງເຂບກ່ຽວກັບກົມໃຫຍ່ ແລະວຽກງານແມ່ຍິງຂອງກົມກອງ, ບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະຜ່ານມາ, ເປັນຕົ້ນແມ່ນວຽກງານສຶກສາອະນຸບານຂອງກົມໃຫຍ່ເຕັກນິກ, ກົມຄຸ້ມຄອງລົດ - ກົນຈັກ ແລະສາງ J106.

leftcenterrightdel
ພະນັກງານແມ່ຍິງກອງທັບປະຊາຊົນລາວ ຖ່າຍຮູບກັບພວກຫຼານນ້ອຍຢູ່ໂຮງຮຽນອະນຸບານສາງ 20-10 ຂອງສາງ J106, ກົມຄຸ້ມຄອງລົດ - ກົນຈັກ, ກົມໃຫຍ່ເຕັກນິກ. ພາບ: ບິກຈາງ.

ທີ່ກອງປະຊຸມ, ສອງຝ່າຍໄດ້ປຶກສາຫາລື, ແບ່ງປັນບົດຮຽນໃນວຽກງານແມ່ຍິງ ແລະຂະບວນການແມ່ຍິງກອງທັບສອງປະເທດ ເວົ້າລວມ ແລະແມ່ຍິງກົມໃຫຍ່ເຕັກນິກ ເວົ້າສະເພາະ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາງພັນໂທ ຄໍາມີ ບົດນາລີ ໄດ້ຕີລາຄາສູງການຕ້ອນຮັບ, ສ້າງເງື່ອນໄຂສະດວກເພື່ອໃຫ້ແມ່ຍິງກອງທັບປະຊາຊົນລາວ ໄດ້ຄົ້ນຄວ້າ, ຮໍ່າຮຽນ, ແລກປ່ຽນບົດຮຽນຢູ່ສາງ J106, ກົມຄຸ້ມຄອງລົດ - ກົນຈັກ, ກົມໃຫຍ່ເຕັກນິກ. ທ່ານນາງ ອວຍພອນໃຫ້ນໍ້າໃຈມິດຕະພາບລະຫວ່າງສອງພັກ, ສອງລັດ, ສອງກອງທັບຫວຽດນາມ - ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ.

ໂດຍ: ທະນາພອນ