leftcenterrightdel
ທ່ານພົນເອກ ໂງຊວນລິກ ກ່າວຄໍາເຫັນທີ່ການເຮັດວຽກກັບການນໍາແຂວງກຽນຢາງ. ພາບ: ຮົ່ງດັງ.

ໃນການເຮັດວຽກກັບຄະນະປະຕິບັດງານ, ການນໍາແຂວງກຽນຢາງ ໃຫ້ຮູ້ວ່າ: ກ່ຽວກັບການປະຕິບັດໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄະນະພັກແຂວງ, ຄະນະກໍາມະການປະຊາຊົນແຂວງກຽນຢາງ ສືບຕໍ່ຊີ້ນໍາ, ນໍາພາບັນດາກໍາລັງສົມທົບກັນຢ່າງແໜ້ນແຟ້ນໃນວຽກງານກໍາແໜ້ນສະພາບການ, ເປັນເສນາທິການ, ສະເໜີແກ້ໄຂບັນດາກໍລະນີເກີດຂຶ້ນຢ່າງທັນການ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ໂດຍບັງເອີນໃນທຸກກໍລະນີຢ່າງມີປະສິດທິຜົນ; ປັບປຸງ, ເພີ່ມທະວີສາຍພົວພັນສົມທົບກັບອຳນາດການປົກຄອງ, ກໍາລັງປະກອບອາວຸດບັນດາແຂວງຕິດກັບຊາຍແດນກໍາປູເຈຍ; ເພີ່ມທະວີບັນດາມາດຕະການຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດດິນຕໍ່ແຜ່ນ ແລະທະເລ, ໝູ່ເກາະ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ມອບຂອງຂວັນໃຫ້ບັນດາກໍາລັງປະກອບອາວຸດແຂວງກຽນຢາງ. ພາບ: ຮົ່ງດັງ.

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານພົນເອກ ໂງຊວນລິກ ຮັບຮູ້ຄວາມມານະພະຍາຍາມຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະປິຕິຊົມຊື່ນຕໍ່ບັນດາໝາກຜົນບັນລຸໄດ້ຂອງອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນແຂວງກຽນຢາງໃນໄລຍະຜ່ານມາ, ພ້ອມທັງສະເໜີຄະນະພັກ, ອໍານາດການປົກຄອງທຸກຂັ້ນ, ພະນັກງານ, ປະຊາຊົນແຂວງກຽນຢາງ ສືບຕໍ່ເອົາໃຈໃສ່ວຽກງານກໍ່ສ້າງກໍາລັງປະກອບອາວຸດທ້ອງຖິ່ນ ແລະບັນດາກົມກອງຂອງທະຫານເຂດ 9, ກະຊວງປ້ອງກັນປະເທດທີ່ຕັ້ງທັບໃນບໍລິເວນ; ປະຕິບັດວຽກງານພົວພັນຕ່າງປະເທດເປັນຢ່າງດີ, ຮັກສາການພົວພັນຮ່ວມມືກັບອຳນາດການປົກຄອງ, ກໍາລັງປະກອບອາວຸດບັນດາແຂວງທີ່ມີຊາຍແດນຕິດກັບກໍາປູເຈຍ; ແກ້ໄຂບັນດາກໍລະນີເກີດຂຶ້ນຢູ່ເສັ້ນຊາຍແດນ, ເຂດທະເລຢ່າງທັນການ; ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກົມກອງທີ່ກ່ຽວຂ້ອງໃນວຽກງານຂີດເສັ້ນຊາຍ ແດນປັກຫຼັກໝາຍຊາຍແດນ, ສ້າງສາຍພົວພັນສາມັກຄີ, ມິດຕະພາບ, ຮັກສາສະພາບແວດລ້ອມສັນຕິພາບ ແລະພ້ອມກັນພັດທະນາ.

ໂດຍ: ເຈິ່ນຮວ່ຽນ