leftcenterrightdel
ທ່ານພົນໂທ ຟານວັນຢາງ ແລະທ່ານ Sergey Shoigu ທີ່ “ຮ້ານວາງສະແດງຂອງຫວຽດນາມ”. ພາບ: qdnd.vn

ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານພົນໂທ ຟານວັນຢາງ ໄດ້ຕ້ອນຮັບທ່ານ Sergey Shoigu ລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ ມາຢ້ຽມຊົມຮ້ານວາງສະແດງຂອງຄະນະກອງທັບປະຊາຊົນຫວຽດນາມ ຢູ່ຫໍມິດຕະພາບ Army Games 2019. ທ່ານພົນໂທ ຟານວັນຢາງ ຂອບໃຈກະຊວງປ້ອງກັນປະເທດສະຫະພັນລັດເຊຍ ໄດ້ຕ້ອນຮັບຄະນະກອງທັບປະຊາຊົນຫວຽດນາມ ຢ່າງສົມກຽດ; ຂອບໃຈທ່ານ Sergey Shoigu ໄດ້ມາຢ້ຽມຊົມ “ຮ້ານວາງສະແດງຂອງຫວຽດນາມ” ຢູ່ຫໍມິດຕະພາບ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງປະເທດເຈົ້າພາບທີ່ສະຫງວນໃຫ້ຫວຽດນາມ. ທ່ານພົນໂທ ຟານວັນຢາງ ສະແດງຄວາມປິຕິຊົມຊື່ນຕໍ່ການພົວພັນຫວຽດນາມ-ລັດເຊຍ ພັດທະນາຢ່າງດີງາມ ແລະຫວັງວ່າສອງປະເທດສືບຕໍ່ເພີ່ມທະວີ, ເປີດກວ້າງການຮ່ວມມືໃນໄລຍະຈະມາເຖິງ.

ຕອນຄໍ່າວັນທີ 17 ສິງຫາ, ທ່ານພົນໂທ ຟານວັນຢາງ ພ້ອມກັບສະມາຊິກຂອງຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມ ໄດ້ເຂົ້າຮ່ວມງານລ້ຽງຢ່າງເປັນທາງການຂອງປະເທດເຈົ້າພາບສະຫະພັນລັດເຊຍ.

ໂດຍ: ຈາງຫງວຽນ