ສຽງພິນສາຍດຽວທີ່ດູດດື່ມ, ພ້ອມກັບທຳນອງເພງທີ່ສະຫງ່າອົງອາດກ່ຽວກັບກອງທັບປະຊາຊົນຫວຽດນາມ ໂດຍທີມວັດທະນະທໍາ-ສິລະປະສະແດງ, ພິເສດແມ່ນການເຕັ້ນສາກໄດ້ດຶງດູດແຂກມາຊົມເປັນຈຳນວນຫຼວງຫຼາຍ. ໃນເວລາພຽງ 2 ຊົ່ວໂມງເທົ່ານັ້ນ, ໄດ້ມີແຂກນັບຮ້ອຍເທື່ອຄົນ, ແມ່ນຊາວລັດເຊຍ, ສະມາຊິກບັນດາທີມເຂົ້າຮ່ວມ Army Games 2019 ມາຢ້ຽມຊົມຮ້ານວາງສະແດງຂອງຫວຽດນາມ ແລະເຂົ້າຮ່ວມລາຍການທີ່ຫໍມິດຕະພາບ.

leftcenterrightdel
ທີມວັດທະນະທໍາ-ສິລະປະ ຂອງກອງທັບປະຊາຊົນຫວຽດນາມ. ພາບ: ມີແຫ້ງ.

ອ້າຍ Aliaksei Siarheyeu, ແຂກຢ້ຽມຊົມຊາວເບລາລຸດ ແບ່ງປັນວ່າ: “ໂດຍແມ່ນນັກສິລະປິນ Saxophone, ຂ້າພະເຈົ້າມີຄວາມປະທັບໃຈຕໍ່ນ້ຳສຽງພິເສດຂອງພິນສາຍດຽວທີ່ງານແຂ່ງຂັນສິລະປະກ່ອນນັ້ນຂອງທີມຫວຽດນາມ. ແຕ່ມື້ນີ້ໄດ້ມາເບິ່ງ ແລະຈັບບາຍພິນສາຍດຽວໂດຍກົງ, ຂ້າພະເຈົ້າບໍ່ວ່າມັນງ່າຍດາຍຄືແນວນັ້ນ, ໄດ້ເຮັດດ້ວຍໄມ້ໄຜ່ ແລະມີພຽງສາຍດຽວເທົ່ານັ້ນ... ມັນຍອດຍິ່ງແທ້ໆ, ວັດທະນະທໍາ-ສິລະປະແມ່ນ “ພາສາສາກົນ” ຊ່ວຍໃຫ້ທຸກຄົນມີຄວາມເຂົ້າໃຈ ແລະໃກ້ຊິດຕິດພັນກວ່າ. ໄດ້ຈັດຕັ້ງທີ່ Army Games, ການເຄື່ອນໄຫວວັດທະນະທໍາ-ສິລະປະຄືດັ່ງກ່າວຈະຊ່ວຍຊຸກຍູ້ນໍ້າໃຈມິດຕະພາບລະຫວ່າງກອງທັບບັນດາປະເທດ, ຜ່ານນັ້ນຊ່ວຍພັດທະນາການພົວພັນຮ່ວມມືລະຫວ່າງບັນດາປະເທດ”.

ທີມວັດທະນະທໍາ-ສິລະປະພ້ອມດ້ວຍທີມແຕ່ງກິນກອງທັບປະຊາຊົນຫວຽດນາມ ໄດ້ມີການກະກຽມຢ່າງລອບຄອບ, ຖີ່ຖ້ວນໃຫ້ລາຍການພົບປະແລກປ່ຽນວັດທະນະທໍາເພື່ອໂຄສະນາເຜີຍແຜ່ຮູບພາບປະເທດຫວຽດນາມ ທີ່ເຕັມໄປດ້ວຍມູນເຊື້ອວັດທະນະທໍາ, ຮັກຫອມສັນຕິພາບ, ຊາວຫວຽດນາມ ມີຄວາມສະໜິດສະໜົນ ແລະກອງທັບປະຊາຊົນຫວຽດນາມ ວິລະຊົນໃນດວງຕາ ເພື່ອນມິດສາກົນ.

ໂດຍ: ເກື່ອງດັ້ງ