ທີ່ການຕ້ອນຮັບ, ທ່ານພົນຈັດຕະວາ ເລືອງຫວຽດຮຸ່ງ, ຮອງຜູ້ບັນຊາການກອງບັນຊາການທະຫານເຮືອຫວຽດນາມ ໄດ້ເນັ້ນໜັກວ່າ, ຫວຽດນາມ ແລະລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງ, ມີນໍ້າໃຈມິດຕະພາບທີ່ເປັນມູນເຊື້ອແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດໃນບັນດາຂົງເຂດ: ການເມືອງ, ວັດທະນະທໍາ, ວິທະຍາສາດ-ເຕັກນິກ ແລະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ພ້ອມກັບການພັດທະນາຂອງການພົວພັນນັ້ນ, ສາຍພົວພັນລະຫວ່າງສອງກອງທັບ ຫວຽດນາມ-ລາວ ກໍ່ໄດ້ຮັບການປັບປຸງ ແລະພັດທະນາຢ່າງແໜ້ນແຟ້ນ ແລະບໍ່ຢຸດຢັ້ງ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: dangcongsan.vn.

ທ່ານພົນຈັດຕະວາ ເລືອງຫວຽດຮຸ່ງ ກໍ່ໄດ້ແນະນໍາໂດຍສັງເຂບກ່ຽວກັບວິວັດການກໍ່ສ້າງ ແລະພັດທະນາຂອງທະຫານເຮືອປະຊາຊົນຫວຽດນາມໃນໄລຍະ 64 ປີຜ່ານມາ. ທະຫານເຮືອຫວຽດນາມ ມີສາຍພົວພັນມິດຕະພາບກັບທະຫານເຮືອຫຼາຍປະເທດໃນພາກພື້ນ ແລະໃນໂລກ; ໄດ້ສົມທົບກັນຈັດຕັ້ງການລາດຕະເວນຮ່ວມຢູ່ທະເລ ແລະສ້າງຕັ້ງຊ່ອງທາງຕິດຕໍ່ສື່ສານກັບທະຫານເຮືອຈີນ, ທະຫານເຮືອກໍາປູເຈຍ ແລະທະຫານເຮືອໄທ…

ທ່ານພົນຈັດຕະວາ ບຸນລ້ຽງ ແສງພະຈັນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງກອງບັນຊາການທະຫານເຮືອຫວຽດນາມ ກັບຄະນະ ແລະແລກປ່ຽນກ່ຽວກັບໝາກຜົນອັນດີງາມໃນການໂອ້ລົມສົນທະນາຂອງຄະນະກັບກົມປ້ອງກັນພາຍໃນ-ປ້ອງກັນຄວາມສະຫງົບ; ກົມສືບສວນ-ສອບສວນຄະດີອາຍາ ແລະເຂົ້າຢ້ຽມຂໍ່ານັບການນໍາກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ. ທ່ານພົນຈັດຕະວາ ບຸນລ້ຽງ ແສງພະຈັນ ຫວັງວ່າທະຫານເຮືອຫວຽດນາມ ຈະສືບຕໍ່ພັດທະນາ ແລະກອງທັບລາວ ຈະມີບັນດາການເຄື່ອນໄຫວທີ່ແທດຈິງກວ່າ, ເພື່ອປະກອບສ່ວນຮັກສາ ແລະເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອແບບພິເສດລະຫວ່າງ ຫວຽດນາມ-ລາວ.

ໂດຍ: ຈາງຫງວຽນ