ຈິດວິນຍານຂອງຊາດຫວຽດນາມຖືກຈາລຶກໄວ້

ລາຍການບັນເລງພິນສາຍດຽວ ດ້ວຍຫົວຂໍ້ “ທໍານອງເພງປະເທດຊາດ” ຂອງຮ້ອຍໂທ, ນັກສິລະປິນ ຫງວຽນຢຸຍທິ້ງ ເປັນການເປີດສາກລາຍການແຂ່ງຂັນຂອງທີມຫວຽດນາມ, ເຊິ່ງໄດ້ດຶງດູດຜູ້ຊົມ ແລະຄະນະກໍາມະການຕັ້ງແຕ່ການບັນເລງພິນສຽງທໍາອິດ, ບາດຕໍ່າບາດສູງ, ບາດໄວບາດຊ້າ...

leftcenterrightdel
ລາຍການບັນເລງພິນສາຍດຽວຂອງນັກສິລະປິນ ຫງວຽນຢຸຍທິ້ງ ສະແດງທີ່ Army Games 2019. ພາບ: ໝິ້ແຮ້ງ.

ນັກສິລະປິນ ຫງວຽນຢຸຍທິ້ງ ແບ່ງປັນວ່າ: ການປະສານສຽງພ້ອມກັບລະດັບສຽງຂອງພິນສາຍດຽວຢູ່ລາຍການ “ທໍານອງເພງປະເທດຊາດ” ປຽບເໝືອນການເວົ້າເຖິງສຽງເວົ້າຂອງປະຊາຊົນຫວຽດນາມ. ທໍາອິດແມ່ນການປະສານສຽງທີ່ມີຄວາມໂສກເສົ້າຫງ່ວມເຫງົາ, ຄືຄວາມໃນໃຈຂອງຄົນຫວຽດນາມໃນສະໄໝປະເທດຊາດມີສົງຄາມ. ສ່ວນບັນດາການປະສານສຽງຕໍ່ໄປແມ່ນມີລັກສະນະທີ່ມີຄວາມເບີກບານມ່ວນຊື່ນ, ມີຄວາມພາກພູມໃຈ, ມີຄວາມປະເອີບໃຈຕໍ່ບັນດາການປ່ຽນແປງ ແລະພັດທະນາຂອງປະເທດຊາດພາຍຫຼັງສົງຄາມ”.

ຖ້າສຽງພິນສາຍດຽວຂອງນັກສິລະປິນ ຫງວຽນຢຸຍທິ້ງ ແມ່ນການເລົ່າຄືນປະຫວັດສາດທີ່ເອກອ້າງທະນົງໃຈຂອງຊາດຫວຽດນາມນັ້ນ, ລາຍການຟ້ອນ “ດອກໄມ້ຂອງດິນແດນ” ໂດຍທ່ານນາງພັນເອກ ລື້ກ່ຽວເລ ເປັນຜູ້ປະດິດແຕ່ງ ແລະກໍາກັບການຟ້ອນ, ຮ້ອຍຕີ ຫງວຽນທິໝີ້ລິງ ເປັນຜູ້ສະແດງ, ໄດ້ເຮັດໃຫ້ຮູບພາບຂອງແມ່ຍິງຫວຽດນາມພົ້ນເດັ່ນຂຶ້ນໃນການຕໍ່ສູ້ຢ່າງອົງອາດກ້າແກ່ນ, ຜ່ານຜ່າທຸກຄວາມຫຍຸ້ງຍາກແຕ່ຍັງເປັ່ງປະກາຍດ້ວຍບັນດາຄຸນນະທາດອັນສວຍງາມ ແລະສູງສົ່ງ...

leftcenterrightdel
 
leftcenterrightdel
ນັກສິລະປິນຟ້ອນ ໝີ້້ລິງ ກໍາລັງສະແດງຈັງຫວະຟ້ອນດ້ວຍໄມ້ຄ້ອນເທົ້າໄມ້ໄຜ່. ພາບ: ໝິ້ແຮ້ງ.

ດ້ວຍອຸປະກອນສະແດງແມ່ນໄມ້ຄ້ອນເທົ້າທີ່ເຮັດດ້ວຍໄມ້ໄຜ່, ນັກສິລະປິນຍິງໜຸ່ມ ໝີ້ລິງ ໄດ້ພິຊິດໃຈທັງຄະນະກໍາມະການ ແລະຜູ້ຊົມທີ່ມີໜ້າຢູ່ໃນການແຂ່ງຂັນ.

ເຊື່ອມຕໍ່ “ນ້ຳໃຈແຫ່ງຄວາມເປັນມິດໄຮ້ພົມແດນ”

ເທິງເວທີສະແດງຂອງ Army Games 2019 ຢູ່ເຂດອຸດສາຫະກໍາການທະຫານ Patriot Park, ຫ່າງຈາກສະໜາມຝຶກແອບ Alabino ໄປປະມານ 8 ກິໂລແມັດ, ບັນດານັກສິລະປິນຂອງຫວຽດນາມ ໄດ້ສ້າງຂົງເຂດວັດທະນະທໍາ, ສິລະປະທີ່ສະແດງໃຫ້ເຫັນຈິດໃຈຂອງຊົນຊາດຫວຽດນາມດ້ວຍຮູບພາບດອກບົວ ແລະບ້ານສຸມໄມ້ໄຜ່ທີ່ສະໜິດສະໜົມ. ການຕັ້ງໜ້າເຂົ້າຮ່ວມໃນເວທີສະແດງສິລະປະ Army Games 2019 ຂອງຫວຽດນາມ ໄດ້ປະກອບສ່ວນແຜ່ຂະຫຍາຍສານຂອງນໍ້າໃຈມິດຕະພາບຢູ່ໃນເຫດການ ເຊິ່ງບໍ່ພຽງແຕ່ສະຫງວນສະເພາະໃຫ້ແກ່ການແຂ່ງຂັນທີ່ມີຄວາມເຄັ່ງຕຶງໃນ ສະໜາມຝຶກແອບເທົ່ານັ້ນ...

leftcenterrightdel
ບັນດານັກສິລະປິນເຂົ້າຮ່ວມການແຂ່ງຂັນເທິງເວທີສະແດງ Army Games 2019 ໃນວັນແຂ່ງຂັນທໍາອິດ. ພາບ: ພາບ: ໝິ້ແຮ້ງ.

ຂົງເຂດວັດທະນະທໍາສິລະປະພິເສດຢູ່ Army Games 2019 ໄດ້ປະກອບສ່ວນສ້າງບັນຍາກາດທີ່ສະໜິດສະໜົມ, ຊຸກຍູ້ການພົບປະແລກປ່ຽນວັດທະນະທໍາລະຫວ່າງບັນດາປະເທດເຂົ້າຮ່ວມ. ໂດຍໄດ້ຮູ້ແລ້ວວ່າ, ຄະນະກອງທັບປະຊາຊົນຫວຽດນາມ ຈະຈັດຕັ້ງການແນະນໍາວັດທະນະທໍາ ແລະພົບປະແລກປ່ຽນອາຫານການກິນຂອງຫວຽດນາມຢູ່ Army Games 2019, ຕາມການສະເໜີຂອງປະເທດເຈົ້າພາບລັດເຊຍ. ຫວຽດນາມແມ່ນໜຶ່ງໃນຈໍານວນບັນດາປະເທດ ເຊິ່ງປະເທດເຈົ້າພາບສະຫະພັນລັດເຊຍ ໄດ້ສະເໜີໃຫ້ຈັດຕັ້ງການແນະນໍາວັດທະນະທໍາ, ອາຫານການກິນຂອງຊາດຫວຽດນາມ ຄືຈັ່ງຊັ້ນ ແມ່ນໄດ້ປະກອບສ່ວນໂຄສະນາຮູບພາບປະເທດຊາດ, ປະຊາຊົນ ແລະກອງທັບປະຊາຊົນຫວຽດນາມວິລະຊົນເຖິງເພື່ອນມິດສາກົນ.

ໂດຍ: ໄຊຊະນະ