ທີ່ການຕ້ອນຮັບ, ທ່ານພົນໂທ ຫງວຽນຈີ໊ວິ້ງ ໄດ້ອວຍພອນ, ຮັບຮູ້ ແລະຕີລາຄາສູງບົດບາດ ກໍຄືການປະກອບສ່ວນທີ່ຕັ້ງໜ້າຂອງທ່ານພັນເອກ ໂຕນເທິດຕ໊ວນ ໃນອາຍຸການປະຕິບັດງານຜ່ານມາຢູ່ຫວຽດນາມ, ຜ່ານນັ້ນ ປະກອບສ່ວນນໍາການພົວພັນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ອາເມລິກາ ສືບຕໍ່ພັດທະນາໃນຫຼາຍຂົງເຂດ, ເນື້ອໃນຮ່ວມມືໄດ້ ແລະກໍາລັງໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ບໍາລຸງສ້າງ, ເຂົ້າ ຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ... ທ່ານພົນໂທ ຫງວຽນຈີ໊ວິ້ງ ປາດຖະໜາວ່າເຖິງວ່າຢູ່ຕໍາແໜ່ງໃດກໍ່ຕາມ, ທ່ານພັນເອກ ໂຕນເທິດຕ໊ວນ ຈະສືບຕໍ່ມານະພະຍາຍາມຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມື, ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງສອງປະເທດເວົ້າລວມ ແລະກອງທັບສອງປະເທດເວົ້າສະເພາະ.

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວິ້ງ ມອບຂອງຂວັນທີ່ລະນຶກໃຫ້ທ່ານພັນເອກ ໂຕນເທິດຕ໊ວນ. ພາບ: ແອງຫວູ.

ທ່ານພັນເອກ ໂຕນເທິດຕ໊ວນ ໄດ້ຂອບໃຈທ່ານພົນໂທ ຫງວຽນຈີ໊ວິ້ງ ແລະການນໍາກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ສ້າງເງື່ອນໄຂສະດວກເພື່ອໃຫ້ທ່ານປະຕິບັດສໍາເລັດໜ້າທີ່ໃນຖານະຕໍາແໜ່ງເປັນທີ່ປຶກສາທູດທະຫານ ອາເມລິກາ; ສະແດງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ບັນດາອາລົມຈິດທີ່ດີງາມຂອງປະເທດຊາດ, ປະຊາຊົນ ແລະກອງທັບປະຊາຊົນຫວຽດ ນາມ; ພ້ອມທັງຕີລາຄາສູງຕໍ່ກຳລັງຄວາມສາມາດ, ນໍ້າໃຈຮັບຜິດຊອບຂອງຖັນແຖວຜູ້ທີ່ເຮັດວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດຂອງຫວຽດນາມ. ທ່ານພັນເອກ ໂຕນເທິດຕ໊ວນ ກໍເຊື່ອໝັ້ນວ່າດ້ວຍຄວາມມານະພະຍາຍາມຂອງທັງສອງຝ່າຍ, ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ອາເມລິກາ ຈະສືບຕໍ່ພັດທະນາຂຶ້ນສູ່ລະດັບສູງໃໝ່, ເພື່ອຜົນປະໂຫຍດ ຂອງແຕ່ລະປະເທດ, ເພື່ອສັນຕິພາບ, ຮ່ວມມື ແລະພັດທະນາໃນພາກພື້ນກໍຄືໃນໂລກ.

ໂດຍ: ກວຽດເຕິມ