“ຕໍ່ກໍາລັງແຮງ” ແມ່ນພາກສ່ວນການແຂ່ງຂັນທີ່ມີລັກສະນະສັງລວມ, ຕີລາຄາຮອບດ້ານກ່ຽວກັບຄວາມສາມາດໃນການສົມທົບກັນ ແລະກໍາລັງຄວາມສາມາດຂອງນັກກິລາທຸກຄົນໃນແຕ່ລະຈຸລົດ.

leftcenterrightdel
ລົດສືບສວນສອດແນມຂອງທີມເຄມີສາດກອງທັບປະຊາຊົນຫວຽດນາມ ໃນໄລຍະທາງຜ່ານສິ່ງກີດຂວາງ. ພາບ: qdnd.vn.
leftcenterrightdel
ຮ້ອຍຕີ ກາວວັນຢ້ຽນ ພວມກະກຽມປະຕິບັດລາຍການແຂ່ງຂັນສືບສວນສອດແນມເຄມີ. ພາບ: qdnd.vn.

ໃນພາກສ່ວນແຂ່ງຂັນນີ້, ທີມເຄມີສາດຫວຽດນາມ ໄດ້ແຂ່ງຂັນຢູ່ລໍາດັບທີສອງ, ແຂ່ງຂັນໂດຍກົງກັບທີມອາກເມນີ ອີກເທື່ອໜຶ່ງ. ເງື່ອນໄຂດິນຟ້າອາກາດທີ່ສະດວກໄດ້ເປີດກວ້າງໄລຍະເບິ່ງໃຫ້ຜູ້ຂັບລົດສອງຄົນແມ່ນຮ້ອຍໂທ ເຈິ່ນຫງອັກຮ່ຽນ ແລະຮ້ອຍໂທ ຈິ້ງບ໊າເຢືອງ ປະຕິບັດການບຸກທະລຸຄວາມໄວ ແລະລ້ຽວລົດເຂົ້າທາງໂຄ້ງໄດ້ຢ່າງຊັດເຈນ...

leftcenterrightdel
ທຸງຊາດຫວຽດນາມ ປິວສະບັດຢູ່ສະໜາມຝຶກຊ້ອມ Korla. ພາບ: qdnd.vn.
leftcenterrightdel
ທີມເຄມີສາດຂອງກອງທັບປະຊາຊົນຫວຽດນາມ ຍາດໄດ້ຫຼຽນທອງ. ພາບ: qdnd.vn.

ສິ້ນສຸດວັນແຂ່ງຂັນທີສາມ, ທີມເຄມີສາດຂອງກອງທັບປະຊາຊົນຫວຽດນາມ ຍາດໄດ້ອັນດັບທີສາມ. ໝາກຜົນດັ່ງກ່າວໄດ້ນໍາເອົາຫຼຽນທອງມາໃຫ້ແກ່ທີມເຄມີສາດໃນການເຂົ້າຮ່ວມການແຂ່ງຂັນ Army Games ຄັ້ງທໍາອິດ.

ໂດຍ: ທະນາພອນ