ລາງວັນທີໜຶ່ງແມ່ນປະເທດເຈົ້າພາບສະຫະພັນລັດເຊຍ. ທີມຊ່າງແສງເບລາຣຸດ ຍາດໄດ້ລາງວັນທີສອງ. ພິເສດ, ໜ່ວຍຊ່າງແສງປະຈັນບານຂອງທີມຊ່າງແສງຫວຽດນາມ ໄດ້ຮັບລາງວັນໜ່ວຍຊ່າງແສງປະຈັນບານດີເດ່ັ່ນທີ່ສຸດ. ຕາມທ່ານພັນເອກພິເສດ ຫງວຽນຮົ່ງຢາງ, ຮອງຫົວໜ້າເສນາທິການເຫຼົ່າຮົບຊ່າງແສງ, ຫົວໜ້າຄະນະຊ່າງແສງແລ້ວ, ໜ່ວຍຊ່າງແສງປະຈັນບານແມ່ນໜ່ວຍທໍາອິດແຂ່ງຂັນດ້ວຍລາຍການຂ້າມຜ່ານສິ່ງກີດຂວາງ.

leftcenterrightdel
ໜ່ວຍຊ່າງແສງປະຈັນບານຂອງທີມຊາດຊ່າງແສງຫວຽດນາມ ຍາດໄດ້ລາງວັນໜ່ວຍຊ່າງແສງປະຈັນບານດີເດ່ັ່ນທີ່ສຸດ. ພາບ: ມີ້ແຮ້ງ.

ຕໍ່ຈາກນັ້ນແມ່ນການແຂ່ງຂັນຂອງບັນດາໜ່ວຍປະຕິບັດໜ້າທີ່ເກັບກູ້ລະເບີດບໍ່ທັນແຕກ, ຕໍ່ຂົວແຂງ TMM, ເກັບກູ້ ແລະທໍາລາຍລະເບີດບໍ່ທັນແຕກ IRM... ທົ່ວຄະນະໄດ້ປະຕິບັດສໍາເລັດບັນດາລາຍການແຂ່ງຂັນຕາມກົດລະບຽບ.

ໂດຍເສີມຂະຫຍາຍມູນເຊື້ອ “ເປີດເສັ້ນທາງໄຊຊະນະ” ຂອງທະຫານຊ່າງແສງ, ທີມຊ່າງແສງກອງທັບປະຊາຊົນຫວຽດນາມ ໄດ້ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ, ແຂ່ງຂັນເປັນຢ່າງດີ ແລະບັນລຸເປົ້າໝາຍທີ່ໄດ້ວາງອອກແມ່ນໄດ້ຮັບລາງວັນ, ເຖິງວ່ານີ້ແມ່ນຄັ້ງທໍາອິດທີ່ທີມຊ່າງແສງເຂົ້າຮ່ວມ Army Games.

ໂດຍ: ເຈິ່ນຮວ່ຽນ