ຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນເອກ ໂງຊວນລິກ, ໄດ້ມອບຂອງຂວັນໃຫ້ແກ່ສູນປິ່ນປົວບຳລຸງສຸຂະພາບ ແລະບັນດາທະຫານເສຍອົງຄະ, ພ້ອມທັງສະແດງຄວາມຮູ້ບຸນຄຸນ, ແບ່ງປັນຢ່າງເລິກເຊິ່ງຕໍ່ບັນດາການອຸທິດ, ເສຍສະຫຼະຊີວິດເລືອດເນື້ອ, ສຸຂະພາບຂອງບັນດາທະຫານເສຍອົງຄະ ໃຫ້ແກ່ພາລະກິດແຫ່ງການຕໍ່ສູ້, ປົດປ່ອຍຊາດ, ປົກປັກຮັກສາປະເທດຊາດ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ມອບຂອງຂວັນໃຫ້ແກ່ບັນດາທະຫານເສຍອົງຄະ ທີ່ພວມປິ່ນປົວຢູ່ສູນປິ່ນປົວບຳລຸງສຸຂະພາບທະຫານເສຍອົງຄະລ້າງຢາງ. ພາບ: qdnd.vn.

ທ່ານລັດຖະມົນຕີ ກໍ່ແຈ້ງໃຫ້ບັນດາທະຫານເສຍອົງຄະຮັບຊາບກ່ຽວກັບສະພາບການດ້ານການເມືອງ, ສັງຄົມ, ບາງບັນຫາໃໝ່ກ່ຽວກັບການທະຫານ, ການປ້ອງກັນຊາດ. ທ່ານຍັງສະເໜີການນໍາທ້ອງຖິ່ນ, ບັນດາອົງການທີ່ກ່ຽວຂ້ອງໃນໄລຍະຈະມາເຖິງຈົ່ງສືບຕໍ່ເອົາໃຈໃສ່, ໜູນຊ່ວຍເພື່ອໃຫ້ສູນປິ່ນປົວບຳລຸງສຸຂະພາບຍົກສູງຄຸນນະພາບການຮັບໃຊ້, ປິ່ນປົວ, ເບິ່ງແຍງດູແລບັນດາທະຫານເສຍອົງຄະເປັນຢ່າງດີ, ທ່ານປາດຖະໜາຢາກໃຫ້ບັນດາທະຫານເສຍອົງຄະສືບຕໍ່ເສີມຂະຫຍາຍຄຸນນະທາດທະຫານລຸງໂຮ່...

leftcenterrightdel
ທ່ານພົນເອກ ໂງຊວນລິກ ມອບຂອງຂວັນໃຫ້ແກ່ສູນປິ່ນປົວບຳລຸງສຸຂະພາບທະຫານເສຍອົງຄະ ລ້າງຢາງ. ພາບ: qdnd.vn.

ໃນວັນດຽວກັນ, ທ່ານພົນເອກ ໂງຊວນລິກ ກໍ່ໄດ້ລົງຢ້ຽມຢາມ, ເຮັດວຽກກັບກອງບັນຊາການທະຫານແຂວງບັ໋ກຢາງ. ພາຍຫຼັງໄດ້ຮັບຟັງການລາຍງານຈາກການນໍາ, ຫົວໜ້າກອງບັນຊາການທະຫານແຂວງບັ໋ກຢາງກ່ຽວກັບສະພາບການປ້ອງກັນຊາດ, ການທະຫານຂອງທ້ອງຖິ່ນໃນໄລຍະ 6 ເດືອນຕົ້ນປີ 2019 ແລ້ວ, ທ່ານພົນເອກ ໂງຊວນລິກ ໄດ້ຮັບຮູ້, ຍ້ອງຍໍຊົມເຊີຍໝາກຜົນ ເຊິ່ງພະນັກງານ, ນັກຮົບກໍາລັງປະກອບອາວຸດແຂວງບັ໋ກຢາງ ບັນລຸໄດ້ໃນໄລຍະຜ່ານມາ, ຮຽກຮ້ອງໃຫ້ກອງບັນຊາການທະຫານແຂວງຄວນສືບຕໍ່ມານະພະຍາຍາມສູ້ຊົນ, ຜັນຂະຫຍາຍສໍາເລັດໜ້າທີ່ 6 ເດືອນທ້າຍປີ 2019 ເປັນຢ່າງດີ.

ໂດຍ: ໄຊນີດາ