ຕັ້ງແຕ່ຮຸ່ງເຊົ້າ, ທ່ານພັນເອກ ເລຕວຽນຢ໊າວ, ຄູຝຶກທີມຈຸລົດສືບສວນເຄມີ ໄດ້ຮຽກຊື່ບັນດາສະມາຊິກເພື່ອປະຕິບັດບົດຝຶກຫັດ. ທ່ານພັນເອກ ເລຕວຽນຢ໊າວ ໃຫ້ຮູ້ວ່າ: “ເວລາຝຶກແອບຂອງພວກຂ້າພະເຈົ້າບໍ່ເປັນປົກກະຕິ, ບາງເທື່ອແຕ່ເວລາ 5 ໂມງ 30 ນາທີ ເຖິງ 7 ໂມງ 30 ນາທີ,  ບາງເທື່ອແຕ່ 7 ໂມງ 30 ນາທີ ເຖິງ 9 ໂມງ 30 ນາທີ... ຝຶກແອບຄືແນວນັ້ນເພື່ອໃຫ້ສະມາຊິກໃນທີມສາມາດປັບຕົວກັບທຸກເງື່ອນໄຂອາກາດຢູ່ເຂດທະຫານ Xinjiang (ຈີນ), ເຊິ່ງເປັນບ່ອນທີ່ຈະດໍາເນີນການແຂ່ງຂັນຈຸລົດສືບສວນເຄມີ. ການຝຶກແອບຂອງບັນດາສະມາຊິກທີມຈຸລົດສືບສວນເຄມີເລີ່ມຕົ້ນດ້ວຍການຊັ່ງນໍ້າໜັກ.

leftcenterrightdel
ປະຕິບັດການລ້າງທາດພິດເທິງລົດຫຸ້ມເກາະ. ພາບ: ຈ້ອງຫາຍ.

ທ່ານພັນເອກພິເສດ ໂງວັນດິ້ງ, ຮອງຫົວໜ້າຫ້ອງເສນາທິການເຫຼົ່າຮົບເຄມີ, ຫົວໜ້າທີມຈຸລົດສືບສວນເຄມີທີ່ເຂົ້າຮ່ວມ Army Games 2019  ໃຫ້ຮູ້ວ່າ, ຕາມກະຕິກາຂອງງານແຂ່ງຂັນ, ການແຂ່ງຂັນຂອງທີມຈຸລົດສືບສວນເຄມີ ມີເນື້ອໃນສັງລວມ ແລະໄດ້ດໍາເນີນຜ່ານ 3 ໄລຍະ: ແຂ່ງຂັນສ່ວນບຸກຄົນ, ແຂ່ງຂັນຍິງປືນ ແລະແຂ່ງຂັນຕໍ່ກໍາລັງແຮງ.

ດ້ວຍໄລຍະເວລາຝຶກແອບບໍ່ຮອດ 2 ເດືອນນັບແຕ່ເມື່ອໄດ້ຮັບການຮຽກຊື່ເຂົ້າທີມແຂ່ງຂັນ, ແຕ່ຮ້ອຍຕີ ຫວູວັນຮຸ່ງ ໄດ້ປະຕິບັດເນື້ອໃນບົດຝຶກແອບຂອງຕົນຢ່າງຄ່ອງແຄ້ວ. ນອກຈາກບັນດາເນື້ອໃນແຂ່ງຂັນຂ້າມສິ່ງກີດຂວາງສ່ວນບຸກຄົນແລ້ວ, ຮ້ອຍຕີ ຫວູວັນຮຸ່ງ ຍັງມີໜ້າທີ່ເປັນນັກສືບສວນ, ນໍາໃຊ້ອຸປະກອນສືບສວນເຄມີ ເພື່ອກໍານົດບັນດາທາດພິດ ແລະຫຼັງຈາກນັ້ນພ້ອມກັບເພື່ອນຮ່ວມກອງລ້າງທາດພິດອີກດ້ວຍ.

leftcenterrightdel
ນັກສືບສວນ ກໍານົດທາດພິດ. ພາບ: ຈ້ອງຫາຍ.

ຕີລາຄາກ່ຽວກັບຄວາມມານະພະຍາຍາມຂອງບັນດານັກກິລາ, ທ່ານພັນເອກພິເສດ ໂງວັນດິ້ງ ໃຫ້ຮູ້ວ່າ, ມາຮອດຈຸດເວລານີ້, ທີມແຂ່ງຂັນໄດ້ປະຕິບັດສໍາເລັດເນື້ອຝຶກແອບໂດຍພື້ນຖານ, ພ້ອມແລ້ວທີ່ຈະເດີນທາງ. ຕາມແຜນການ, ວັນທີ 20 ກໍລະກົດ, ທີມຈຸລົດສືບສວນເຄມີ ຈະເດີນທາງໄປສູນຝຶກອົບຮົມ Korla, ເຂດທະຫານ Xinjiang, ແຂ່ງຂັນພ້ອມກັບ 5 ທີມທີ່ມາຈາກບັນດາປະເທດ: Armenia, ອີຢິບ, ອີຣານ, ລັດເຊຍ ແລະຈີນ.

ຕາມທ່ານພັນເອກ ເລຕວຽນຢ໊າວ ແລ້ວ, ຍ້ອນອາກາດຢູ່ Xinjiang, ຈີນ ໃນປັດຈຸບັນຮ້ອນອົບເອົ້າ, ແຫ້ງແລ້ງ, ຄວາມຊຸ່ມບັນລຸພຽງ 30%, ສະນັ້ນ, ກໍ່ສົ່ງຜົນກະທົບບໍ່ຫຼາຍກໍ່ໜ້ອຍເຖິງສຸຂະພາບຂອງບັນດານັກກິລາ. ຄຽງຂ້າງນັ້ນ, ທີມຈຸລົດສືບສວນເຄມີ  ຍັງບໍ່ທັນລຶ້ງເຄີຍກັບອາວຸດຍຸດໂທປະກອນ ໂດຍປະເທດເຈົ້າພາບຈັດຕັ້ງການແຂ່ງຂັນປະກອບໃຫ້ ສະນັ້ນກໍປະສົບກັບຄວາມຫຍຸຸ້ງຍາກບໍ່ແມ່ນໜ້ອຍ. ເຖິງຢ່າງໃດກໍ່ຕາມ, ດ້ວຍນໍ້າໃຈສາມັກຄີ, ການປະສານສົມທົບກັນຢ່າງແໜ້ນແຟ້ນ, ທີມຈຸລົດສືບສວນເຄມີ ຕັດສິນໃຈສູ້ຊົນແຂ່ງຂັນເພື່ອຍາດຜົນງານສູງ,  ນໍາກຽດສະຫງ່າມາໃຫ້ປະເທດຊາດ, ກອງທັບປະຊາຊົນຫວຽດນາມ ເວົ້າລວມ, ໃຫ້ທີມຊາດ ແລະສະມາຊິກແຕ່ລະຄົນເວົ້າສະເພາະ.

ໂດຍ: ໄຊຊະນະ