ທີ່ການເຮັດວຽກ, ສອງຝ່າຍໄດ້ແລກປ່ຽນ, ຕີລາຄາກ່ຽວກັບຜົນການເຄື່ອນໄຫວຮ່ວມມືໃນໄລຍະຜ່ານມາ. ໃນນັ້ນ, ສອງຝ່າຍໄດ້ສົມທົບກັນຈັດຕັ້ງກອງປະຊຸມສໍາມະນາ ດ້ວຍຫົວຂໍ້ “ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ: ໄລຍະທາງແຫ່ງການໄກ່ເກ່ຍຄວາມປອງດອງ ແລະການຮ່ວມມືໃນອະນາຄົດລະຫວ່າງຫວຽດນາມ ແລະອາເມລິກາ” ຢູ່ວໍຊິງຕັນ ເມື່ອວັນທີ 26 ມີນາ 2019 ສໍາເລັດຜົນ, ຜ່ານນັ້ນຊ່ວຍໂຄສະນາເຖິງປະຊາຄົມສາກົນກ່ຽວກັບຜົນການຮ່ວມມື ເຊິ່ງສອງປະເທດບັນລຸໄດ້ໃນຂົງເຂດແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ. ຄຽງຂ້າງນັ້ນ, ສອງຝ່າຍສືບຕໍ່ສົມທົບກັນກະກຽມຜັນຂະຫຍາຍໂຄງການກໍາຈັດທີ່ດິນຕິດທາດພິດດີໂອຊີນຢູ່ເຂດສະໜາມບິນບຽນຮວ່າ ໄລຍະທີ 1.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ຫວູ໊ຮຸ່ງ.

ກ່ຽວກັບທິດທາງຮ່ວມມືໃນໄລຍະຈະມາເຖິງ, ທ່ານພົນໂທ ຫງວຽນຈີ໊ວີ້ງ ສະເໜີ USAID ຕັ້ງໜ້າສົມທົບກັບກອງບັນຊາການປ້ອງກັນອາກາດ-ທະຫານອາກາດ ຮີບເຮັ່ງປະຕິບັດວຽກງານຈໍານວນໜຶ່ງ, ລວມມີ: ປັບປຸງສໍາເນົາເອກະສານຍື່ນສະເໜີຕໍ່ຫົວໜ້າກະຊວງປ້ອງກັນປະເທດ ໃຫ້ສັດຕະຍາບັນໂຄງການ; ກໍານົດ ແລະເລືອກເຟັ້ນເຕັກໂນໂລຢີກໍາຈັດທີ່ດິນຕິດທາດພິດດີໂອຊີນຢູ່ເຂດສະໜາມບິນບຽນຮວ່າ ເພື່ອປະເມີນຜົນ, ຕີລາຄາ, ໃຫ້ສັດຕະຍາບັນກ່ອນທີ່ຈະນໍາໃຊ້ເຕັກໂນໂລຢີກໍາຈັດ... ພ້ອມທັງສໍາຫຼວດສ້າງແຜນການສັງລວມ ແລະສະໜອງຂໍ້ມູນກ່ຽວກັບວິວັດທະນາການ, ເວລາ, ຜົນການປະຕິບັດບັນດາກິດຈະກຳຍ່ອຍຂອງໂຄງການເພື່ອຮັບໃຊ້ວຽກງານຄຸ້ມຄອງ ແລະຕີລາຄາປະສິດທິຜົນການປະຕິບັດ; ປະຕິບັດບາງກິດຈະກຳບຸລິມະສິດຂອງໂຄງການ.

ທີ່ການເຮັດວຽກ, ທ່ານພົນໂທ ຫງວຽນຈີ໊ວີ້ງ ສະເໜີ USAID ສືບຕໍ່ໜູນຊ່ວຍ, ຮ່ວມມືກັບຫວຽດນາມ ຈັດຕັ້ງບັນດາກອງປະຊຸມສໍາມະນາສາກົນທີ່ກ່ຽວຂ້ອງເຖິງຂົງເຂດຮັກສາສັນຕິພາບຂອງສະຫະປະຊາຊາດ, ຜ່ານນັ້ນຊ່ວຍໃຫ້ປະຊາຄົມສາກົນເຂົ້າໃຈກວ່າເກົ່າກ່ຽວກັບການປະກອບສ່ວນຂອງຫວຽດນາມ, ເປັນຕົ້ນແມ່ນເມື່ອຫວຽດນາມ ດໍາລົງຕໍາແໜ່ງເປັນກໍາມະການບໍ່ປະຈໍາການຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2020-2021.

ໂດຍ: ທູຈາງ