ຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ ແລະພະນັກງານ, ນັກຮົບທົ່ວກອງທັບ, ທ່ານພົນເອກ ໂງຊວນລິກ ໄດ້ຢ້ຽມຢາມຖາມຂ່າວ ແລະອວຍພອນໃຫ້ທ່ານພົນເອກ ຟ້າມວັນຈ່າ ພ້ອມກັບຄອບຄົວມີສຸຂະພາບເຂັ້ມແຂງ, ສືບຕໍ່ມີການປະກອບສ່ວນອັນລໍ້າຄ່າ, ແທດຈິງເຂົ້າໃນພາລະກິດການປະຕິວັດຂອງພັກ, ລັດ ແລະພາລະກິດກໍ່ສ້າງກອງທັບ, ປັບປຸງດ້ານປ້ອງກັນຊາດ.  ທ່ານພົນເອກ ໂງຊວນລິກ ກໍ່ແຈ້ງໃຫ້ທ່ານພົນເອກ ຟ້າມວັນຈ່າ ຮັບຊາບກ່ຽວກັບສະພາບການເສດຖະກິດ-ສັງຄົມຂອງປະເທດ, ຜົນການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ ແລະປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ...

leftcenterrightdel
ທ່ານພົນເອກ ໂງຊວນລິກ ຢ້ຽມຢາມຖາມຂ່າວ, ໂອ້ລົມກັບທ່ານພົນເອກ ຟ້າມວັນຈ່າ. ພາບ: ແອັງຢູງ.

ທ່ານພົນເອກ ຟ້າມວັນຈ່າ ໄດ້ສະແດງຄວາມຂອບໃຈຕໍ່ຄວາມເອົາໃຈໃສ່ຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະພະນັກງານ, ນັກຮົບທົ່ວກອງທັບ. ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ, ພາຍໃຕ້ການນໍາພາຂອງພັກ, ເຊິ່ງໂດຍກົງແມ່ນຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ກອງທັບປະຊາຊົນຫວຽດນາມ ຈະນັບມື້ນັບກ້າວໜ້າ, ເຕີບໃຫຍ່ຂະຫຍາຍຕົບ, ສໍາເລັດໜ້າທີ່ ເຊິ່ງພັກ, ລັດ ແລະປະຊາຊົນມອບໝາຍໃຫ້ເປັນຢ່າງດີ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ສ້າງສາ ແລະປົກປັກຮັກສາປະເທດຊາດໃນສະພາບການໃໝ່.

ໂດຍ: ທະນາພອນ