ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນຕີ ຫວູຈ໊ຽນຖັ໊ງ, ຫົວໜ້າກົມພົວພັນຕ່າງປະເທດ ໃຫ້ຮູ້ວ່າ, ວຽກງານກະກຽມໃຫ້ປີເປັນປະທານອາຊຽນ 2020 ຂອງກະຊວງປ້ອງກັນປະເທດໄດ້ຮັບການຜັນຂະຫຍາຍໂດຍໄວ ແລະແຜນຮ່າງຈັດຕັ້ງບັນດາກອງປະຊຸມປ້ອງກັນຊາດ-ການທະຫານອາຊຽນ ປີ 2020 ໄດ້ຮັບການອະນຸມັດຜ່ານຈາກຄະນະພັກການທະຫານສູນກາງ, ການນໍາກະຊວງປ້ອງກັນປະເທດ ແຕ່ເດືອນເມສາ 2018 ແລ້ວ.

ຄະນະຊີ້ນໍາກະຊວງປ້ອງກັນປະເທດກ່ຽວກັບອາຊຽນ 2020 ແລະບັນດາອະນຸກໍາມະການໄດ້ຮັບການສ້າງຕັ້ງຂຶ້ນ.  ແຜນການຜັນຂະຫຍາຍການປະຕິບັດແຜນຮ່າງ ແລະບັນດາການເຄື່ອນໄຫວດ້ານປ້ອງກັນຊາດ, ການທະຫານອາຊຽນໃນປີ 2020 ໄດ້ຮັບການຮັບຮອງເອົາຈາກການນໍາກະຊວງປ້ອງກັນປະເທດ. ວຽກງານທາບທາມຄໍາເຫັນດ້ານເນື້ອໃນໃຫ້ປີເປັນປະທານອາຊຽນ 2020 ໄດ້ຮັບການຜັນຂະຫຍາຍແຕ່ຕົ້ນປີ 2019 ຢູ່ຫຼາຍຂັ້ນເນື່ອງໃນໂອກາດບັນດາການຢ້ຽມຢາມ, ຢູ່ບັນດາກົນໄກເຈລະຈາ ແລະຢູ່ນອກບັນດາເຫດການຫຼາຍຝ່າຍ.

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວິ້ງ ກ່າວຄໍາເຫັນສະຫຼຸບທີ່ກອງປະຊຸມ. ພາບ: ງອັກຮືງ.

ກ່າວຄໍາເຫັນສະຫຼຸບທີ່ກອງປະຊຸມ, ທ່ານພົນໂທ ຫງວຽນຈີ໊ວິ້ງ ໄດ້ຍ້ອງຍໍຊົມເຊີຍບັນດາອົງການໄດ້ເປັນເຈົ້າການ, ຕັ້ງໜ້າຜັນຂະຫຍາຍບັນດາເນື້ອໃນຂອງວຽກງານກະກຽມໃຫ້ປີເປັນປະທານອາຊຽນ 2020 ໂດຍໄວ ແລະເນັ້ນໜັກວ່າ ການດໍາລົງຕຳແໜ່ງປະທານອາຊຽນໃນປີ 2020 ສໍາເລັດຜົນແມ່ນມີຄວາມໝາຍດ້ານການເມືອງສໍາຄັນທີ່ສຸດ; ສະແດງໃຫ້ເຫັນທັດສະນະຂອງພັກກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນຢ່າງຄົບຖ້ວນ; ຢັ້ງຢືນບົດບາດ, ຖານະຂອງກອງທັບປະຊາຊົນຫວຽດນາມ ໃນການເຊື່ອມໂຍງເຂົ້າກັບສາກົນ; ປະກອບສ່ວນເຂົ້າໃນຜົນສໍາເລັດລວມໃນປີຫວຽດນາມ ເປັນປະທານອາຊຽນ...

ທ່ານພົນໂທ ຫງວຽນຈີ໊ວິ້ງ ຮຽກຮ້ອງໃຫ້ບັນດາອົງການ, ກົມກອງຕ້ອງເອົາໃຈໃສ່ລົງທຶນໃຫ້ຖືກຕ້ອງຕາມລະດັບກ່ຽວກັບວຽກງານການກະກຽມ, ເປັນຕົ້ນແມ່ນດ້ານຊັບພະຍາກອນມະນຸດ, ແຜນການ, ເຄື່ອງມືອຸປະກອນ, ພື້ນຖານດ້ານວັດຖຸ ເພື່ອຮັບໃຊ້ໃຫ້ແກ່ປີອາຊຽນ 2020.

ໂດຍ: ທະນາພອນ