ບົດລາຍງານໂດຍກົມພົວພັນຕ່າງປະເທດ-ກະຊວງປ້ອງກັນປະເທດຫວຽດນາມ ສະເໜີ ແລະບັນດາຄຳເຫັນປະກອບທີ່ກອງປະຊຸມລ້ວນແຕ່ເຫັນດີເປັນເອກະພາບວ່າ: ໃນໄລຍະ 6 ເດືອນຕົ້ນປີ 2019, ພາຍໃຕ້ການຊີ້ນໍາ, ນໍາພາຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະດ້ວຍຄວາມມານະພະຍາຍາມຂອງທົ່ວກອງທັບ, ວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດ ໄດ້ຮັບການຜັນຂະຫຍາຍຢ່າງມີໄຫວພິບ, ມີຫົວຄິດປະດິດສ້າງ, ຄົບຊຸດ, ບັນລຸໄດ້ຜົນງານສໍາຄັນຫຼາຍຢ່າງ.

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn.

ກ່ຽວກັບທິດທາງໃນໄລຍະ 6 ເດືອນທ້າຍປີ 2019, ກອງປະຊຸມເຫັນດີເປັນເອກະພາບວ່າ, ວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດ ສືບຕໍ່ຜັນຂະຫຍາຍຕາມເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ XII ຂອງພັກ, ມະຕິສູນກາງຄັ້ງທີ 8 (ຊຸດທີ XI) ກ່ຽວກັບ “ຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່”, ມະຕິຕ່າງໆຂອງກົມການເມືອງ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ...

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn.

ກ່າວຄໍາເຫັນສະຫຼຸບ, ທ່ານພົນໂທ ຫງວຽນຈີ໊ວິ້ງ ໄດ້ຍ້ອງຍໍຊົມເຊີຍ ແລະຕີລາຄາສູງຄວາມມານະພະຍາຍາມຂອງບັນດາອົງການ, ກົມກອງໃນທົ່ວກອງທັບໃນການຜັນຂະຫຍາຍວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດ ໄລຍະ 6 ເດືອນຕົ້ນປີ 2019, ພ້ອມທັງຮຽກຮ້ອງໃຫ້ບັນດາອົງການ, ກົມກອງກວດກາຄືນ, ກໍານົດ ແລະຊຸກຍູ້ການຜັນຂະຫຍາຍວຽກງານຈຸດສຸມໃນການພົວພັນຕ່າງປະເທດດ້ານປ້ອງກັນຊາດໃນຊຸມເດືອນທ້າຍປີ 2019; ຕັ້ງໜ້າ, ເປັນເຈົ້າການກະກຽມໃຫ້ປີ 2020 ເມື່ອຫວຽດນາມ ດໍາລົງຕໍາແໜ່ງເປັນປະທານອາຊຽນເປັນຢ່າງດີ; ເອົາໃຈໃສ່ເປັນພິເສດເຖິງການຍົກສູງວຽກງານຖະແຫຼງຂ່າວ, ໂຄສະນາການພົວພັນຕ່າງປະເທດ ແລະການເຄື່ອນໄຫວພົບປະແລກປ່ຽນຢູ່ເຂດຊາຍແດນ...

ໂດຍ: ເຈິ່ນຮວ່ຽນ