ທີ່ການເຮັດວຽກ, ທ່ານພົນຕີ ເລຮຸຍວິ້ງ, ຜູ້ບັນຊາການເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ໄດ້ລາຍງານໃຫ້ທ່ານພົນເອກ ໂງຊວນລິກ ຮັບຊາບກ່ຽວກັບສະພາບຕົວຈິງຂອງໂຄງປະກອບການຈັດຕັ້ງກຳລັງທະຫານອາກາດ, ຄຸນນະພາບນັກບິນ, ວຽກງານຝຶກແອບ, ກໍ່ສ້າງ ແລະຄວາມສາມາດໃນການກຽມພ້ອມສູ້ຮົບຂອງເຫຼົ່າທັບ. ໃນຊຸມປີຜ່ານມາ, ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ໄດ້ຕັ້ງໜ້າ, ເປັນເຈົ້າການກໍ່ສ້າງໂຄງປະກອບການຈັດຕັ້ງກຳລັງທະຫານອາກາດຕາມທິດກະທັດຮັດ, ເຂັ້ມແຂງ; ຈັດຕັ້ງການຝຶກແອບ. ເຫຼົ່າທັບໄດ້ຈັດຕັ້ງ, ຮັກສາ ແລະຮັບປະກັນການກຽມພ້ອມສູ້ຮົບຢ່າງສູງ, ຄວາມສາມາດກຽມພ້ອມສູ້ຮົບຂອງເຫຼົ່າທັບໄດ້ຮັບການຍົກສູງຢ່າງບໍ່ຢຸດຢັ້ງ...

leftcenterrightdel
ທ່ານພົນເອກ ໂງຊວນລິກ ເປັນປະທານການເຮັດວຽກ. ພາບ: ຢຸຍດົງ.

ໂດຍຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນເອກ ໂງຊວນລິກ ຍ້ອງຍໍສັນລະເສີນ, ຮັບຮູ້ບັນດາຄວາມມານະພະຍາຍາມ ແລະຜົນສຳເລັດ ເຊິ່ງເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ບັນລຸໄດ້ໃນປີຜ່ານມາ, ພິເສດແມ່ນຂອງກຳລັງທະຫານອາກາດ. ທ່ານພົນເອກ ໂງຊວນລິກ ຮຽກຮ້ອງວ່າ, ໃນໄລຍະຈະມາເຖິງ, ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ສືບຕໍ່ຊາບຊຶມມະຕິ, ຄຳສັ່ງຕ່າງໆຂອງພັກ; ໜ້າທີ່ປົກປັກຮັກສາປະເທດຊາດໃນສະພາບການໃໝ່ຢ່າງເລິກເຊິ່ງ; ເປັນເຈົ້າການຄົ້ນຄວ້າ, ເປັັນເສນາທິການໃຫ້ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໃນຂົງເຂດປ້ອງກັນອາກາດ-ທະຫານອາກາດ. ພ້ອມທັງ, ຜັນຂະຫຍາຍແຜນການວຽກງານກວດກາ, ຕິດຕາມກວດກາຢ່າງແໜ້ນແຟ້ນ; ຍົກສູງຄຸນນະພາບວຽກງານສຶກສາອົບຮົມການເມືອງແນວຄິດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ...

ໂດຍ: ສົມເພັດ