ຕາມນັ້ນແລ້ວ, ສະມາຊິກຂອງບັນດາທີມເຂົ້າຮ່ວມການແຂ່ງຂັນໄດ້ຮັບການຝຶກອົບຮົມກ່ຽວກັບບັນດາທັກສະດ້ານການທູດ, ຄວາມໝັ້ນຄົງທາງການພົວພັນຕ່າງປະເທດ, ການພົບປະແລກປ່ຽນການພົວພັນຕ່າງປະເທດ ແລະການໂຄສະນາເຜີຍແຜ່ການພົວພັນຕ່າງປະເທດ. ທີ່ການຝຶກອົບຮົມ, ຕາງໜ້າບັນດາອົງການຂອງກະຊວງປ້ອງກັນປະເທດ ກໍໄດ້ອະທິບາຍບັນດາບັນຫາ ເຊິ່ງບັນດາຄະນະໃຫ້ຄວາມສົນໃຈເພື່ອຮັບປະກັນໝາກຜົນດີທີ່ສຸດເມື່ອເຂົ້າຮ່ວມງານແຂ່ງຂັນ.

leftcenterrightdel
ຕາງໜ້າກົມອົບຮົມ, ກົມໃຫຍ່ການເມືອງ ກ່າວຄໍາເຫັນທີ່ຊຸດຝຶກອົບຮົມ. ພາບ:  ງັອກຮຶງ. 

Army Games ແມ່ນໂອກາດແຂ່ງຂັນກ່ຽວກັບບັນດາປະເພດກິລາທາງການທະຫານທີ່ໝູນໃຊ້ລະຫວ່າງບັນດາທີມເຂົ້າຮ່ວມການແຂ່ງຂັນຂອງກໍາລັງປະກອບອາວຸດບັນດາປະເທດ, ໂດຍກະຊວງປ້ອງກັນປະເທດລັດເຊຍ ຈັດຕັ້ງແຕ່ລະປີ, ເລີ່ມຕົ້ນແຕ່ປີ 2015 ເປັນຕົ້ນມາ, ເພື່ອແນໃສ່ເພີ່ມທະວີການຮ່ວມມືດ້ານການທະຫານສາກົນລະຫວ່າງບັນດາປະເທດທີ່ເຂົ້າຮ່ວມ, ປະກອບສ່ວນພັດທະນາການພົວພັນທີ່ໄວ້ເນື້ອເຊື່ອໃຈລະຫວ່າງກະຊວງປ້ອງກັນປະເທດບັນດາປະເທດເພື່ອສ້າງປະຊາຄົມສັນຕິພາບ.  Army Games 2019 ຈະດໍາເນີນແຕ່ວັນທີ 25 ກໍລະກົດ ຫາວັນທີ 20 ສິງຫາ ດ້ວຍ 32 ເນື້ອໃນແຂ່ງຂັນ ແລະໄດ້ຈັດຕັ້ງຢູ່ 10 ປະເທດ. ນີ້ແມ່ນປີທີສອງຕິດຕໍ່ກັນທີ່ຫວຽດນາມ ສົ່ງຄະນະເຂົ້າຮ່ວມເຫດການນີ້. ຕາມແຜນການ, ບັນດາຄະນະຂອງກອງທັບປະຊາຊົນຫວຽດນາມ ຈະເຂົ້າຮ່ວມຢູ່ບັນດາລາຍການ ຄື: ແຂ່ງຂັນລົດຕັ່ງ, ເຮືອນຄົວກາງສະໜາມ, ຈຸລົດຊ່າງແສງ, ຈຸລົດສືບສວນເຄມີ, ຕໍ່ກໍາລັງແຮງເສນາຮັກ, ຍິງບັ່ນທອນ (ຢູ່ລັດເຊຍ, ຈີນ, Uzbekistan ແລະເບລາຣຸດ.

ໂດຍ: ໄຊຊະນະ