ຄະນະຫວຽດນາມ ນໍາໂດຍທ່ານພົນຕີ ຫງວຽນເຕິນເກືອງ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ເຂົ້າຮ່ວມ IMDS-2019. ນອກຈາກການເຂົ້າຮ່ວມພິທີໄຂ IMDS-2019 ແລ້ວ, ທ່ານພົນຕີ ຫງວຽນເຕິນເກືອງ ແລະຄະນະປະຕິບັດງານໄດ້ມີການເຮັດວຽກກັບການນໍາກຸ່ມບໍລິສັດສົ່ງອອກອາວຸດແຫ່ງຊາດລັດເຊຍ (Rosoboronexport), ໂຮງງານຕໍ່ກໍາປັ່ນ Almaz  ຂອງກຸ່ມບໍລິສັດຕໍ່ກໍາປັ່ນ Almaz, ກຸ່ມບໍລິສັດຕໍ່ກໍາປັ່ນ ທົ໊ງເຍິດ, ສູນເຕັກໂນໂລຢີຕໍ່ ແລະສ້ອມແປງກໍາປັ່ນ, ກຸ່ມບໍລິສັດອາວຸດ Kalasnhikov, ຢ້ຽມຢາມກໍາປັ່ນຂັບໄລ່ພົນເຮືອເອກ Kasatonov...

leftcenterrightdel
ທ່ານພົນຕີ ຫງວຽນເຕິນເກືອງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ປະຊາຊົນຫວຽດນາມ ແລະຄະນະຢ້ຽມຢາມກໍາປັ່ນຂັບໄລ່ພົນເຮືອເອກ Kasatonov. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ IMDS-2019, ມີທັງໝົດ 353 ບໍລິສັດເຂົ້າຮ່ວມການແນະນໍາ, ວາງສະແດງອາວຸດ, ອຸປະກອນເຕັກໂນໂລຢີການທະຫານ, ໃນນັ້ນມີ 28 ບໍລິສັດຕ່າງປະເທດຂອງ 19 ປະເທດ. ໃນຂອບເຂດ IMDS-2019 ຍັງໄດ້ຈັດຕັ້ງ  20 ກວ່າກອງປະຊຸມສໍາມະນາວິທະຍາສາດ, ກອງປະຊຸມທີ່ກ່ຽວຂ້ອງເຖິງຂົງເຂດຕໍ່ກໍາປັ່ນ ແລະທະຫານເຮືອ.

ໂດຍ: ກວຽດເຕິມ