ທ່ານພົນໂທ ເລຈຽມ ຢັ້ງຢືນວ່າ: ພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະທົ່ວສັງຄົມຍາມໃດກໍ່ເອົາໃຈໃສ່, ປະຕິບັດວຽກງານ “ຕອບບຸນແທນຄຸນ” ຕໍ່ກັບບັນດາທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີ, ແກ້ໄຂນະໂຍບາຍແນວຫຼັງກອງທັບເປັນຢ່າງດີ; ຈົດຈຳບຸນຄຸນອັນໃຫຍ່ຫຼວງຂອງບັນດາວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ.

leftcenterrightdel
ທ່ານພົນໂທ ເລຈຽມ ມອບຂອງຂວັນໃຫ້ສູນລ້ຽງດູ-ປິ່ນປົວບຳລຸງສຸຂະພາບຜູ້ມີຄຸນງາມຄວາມດີແຂວງກວ໋າງນາມ. ພາບ: ວັນຈູງ.

ທ່ານ ພົນໂທ ເລຈຽມ ປາດຖະໜາຢາກບັນດາແມ່ຫວຽດນາມວິລະຊົນ, ທະຫານເສຍອົງຄະ, ທະຫານເຈັບປ່ວຍສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ, ປະກອບສ່ວນສ້າງສາບ້ານເກີດເມືອງນອນ, ປະເທດຊາດໃຫ້ນັບມື້ນັບຮ່ັງມີ, ສວຍງາມ, ເປັນແບບຢ່າງເພື່ອໃຫ້ຄົນຮຸ່ນໜຸ່ມຮ່ຳຮຽນ, ປະຕິບັດຕາມ; ພ້ອມທັງສະເໜີພະນັກງານ, ພາລະກອນອົງການຕ່າງໆປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍ, ສືບຕໍ່ເບິ່ງແຍງດູແລບັນດາແມ່ຫວຽດນາມວິລະຊົນ, ທະຫານເສຍອົງຄະ, ຜູ້ມີຄຸນງາມຄວາມດີດ້ວຍຄວາມຮັກ ແລະຄວາມຮັບຜິດຊອບສູງສຸດ.

ໂດຍ: ເກື່ອງດັ້ງ