ທີ່ການເຮັດວຽກ, ທ່ານພົນຕີ ຫງວຽນວັນເຊີນ, ຜູ້ບັນຊາການກອງບັນຊາການຕຳຫຼວດທະເລ ໄດ້ລາຍງານຕໍ່ນາຍົກລັດຖະມົນຕີຮັບຊາບບາງຂີດໝາຍສໍາຄັນພ້ອມກັບໝາກຜົນການເຄື່ອນໄຫວຂອງກໍາລັງຕຳຫຼວດທະເລໃນກວ່າ 20 ປີຜ່ານມາ.

leftcenterrightdel
ການນໍາກະຊວງປ້ອງກັນປະເທດ ແລະກອງບັນຊາການຕໍາຫຼວດທະເລຕ້ອນຮັບທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ. ພາບ: ຈູແອັງ.

ສະຫຼຸບທີ່ການເຮັດວຽກ, ທ່ານ ຫງວຽນຊວນຟຸກ ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານ, ໝາກຜົນ ເຊິ່ງພະນັກງານ, ນັກຮົບກໍາລັງຕໍາຫຼວດທະເລບັນລຸໄດ້ໃນກວ່າ 20 ປີຜ່ານມາ. ເພື່ອໃຫ້ກໍາລັງຕໍາຫຼວດທະເລສືບຕໍ່ປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ເປັນຢ່າງດີໃນໄລຍະຈະມາເຖິງ, ທ່ານ ຫງວຽນຊວນຟຸກ ໄດ້ສະເໜີໃຫ້ພະນັກງານ, ນັກຮົບກໍາລັງຕໍາຫຼວດທະເລສືບຕໍ່ຊາບຊຶມທັດສະນະ, ແນວທາງຂອງພັກ, ນະໂຍບາຍ ແລະກົດໝາຍຂອງລັດກ່ຽວກັບການສ້າງສາ ແລະປົກປັກຮັກສາປະເທດຊາດ; ໜ້າທີ່ຂອງກອງທັບ, ໜ້າທີ່ຂອງຕໍາຫຼວດທະເລ ແລະຂອງແຕ່ລະກົມກອງຢ່າງເລິກເຊິ່ງ...

ພ້ອມທັງສຸມໃສ່ຊີ້ນໍາ, ນໍາພາວຽກງານກໍາແໜ້ນ, ຕີລາຄາ, ຄາດຄະເນສະພາບການຢ່າງຖືກຕ້ອງ, ເປັນຕົ້ນແມ່ນສະພາບການຢູ່ທະເລເພື່ອເປັນເສນາທິການຕໍ່ພັກ, ລັດ, ຄະນະພັກການທະຫານສູນກາງກ່ຽວກັບແຜນນະໂຍບາຍຮັບມືກັບບັນດາກໍລະນີ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບໂດຍບັງເອີນຢ່າງທັນການ, ຍົກສູງຈິດໃຈມີສະຕິລະວັງຕົວ, ເປັນເຈົ້າການຄົ້ນພົບ ແລະແຈ້ງທຸກໆການເຄື່ອນໄຫວ, ການກະກໍາຂອງບັນດາເປົ້າໝາຍລ່ວງລະເມີດ, ລະເມີດເຂດທະເລ, ໝູ່ເກາະຂອງຫວຽດນາມຢ່າງທັນການ. ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກໍາລັງທະຫານເຮືອ, ປ້ອງກັນອາກາດ-ທະຫານອາກາດ, ທະຫານຊາຍແດນ... ປະຕິບັດໜ້າທີ່ຄຸ້ມຄອງ, ປົກປັກຮັກສາເຂດທະເລ, ໝູ່ເກາະ, ໄຫຼ່ທະວີບຂອງປະເທດຊາດໄວ້ຢ່າງມີໄຊ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ສະຫຼຸບການເຮັດວຽກຢູ່ກອງບັນຊາການຕໍາຫຼວດທະເລ. ພາບ: ຈູແອັງ.

ທ່ານ ຫງວຽນຊວນຟຸກ ກໍ່ຮຽກຮ້ອງໃຫ້ພະນັກງານ, ນັກຮົບກໍາລັງຕໍາຫຼວດທະເລ ຈົ່ງສືບຕໍ່ປະຕິບັດແຜນນະໂຍບາຍ, ແນວທາງ, ແຜນນະໂຍບາຍຮັບມືຂອງພັກ, ລັດໃນການແກ້ໄຂບັນດາກໍລະນີຢູ່ທະເລຢ່າງເຂັ້ມງວດ; ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບໄວ້ໃຫ້ໝັ້ນຄົງເພື່ອພັດທະນາ.

ໂດຍ: ທະນາພອນ