ທີ່ການຕ້ອນຮັບ, ທ່ານພົນເອກ ໂງຊວນລິກ ຕີລາຄາສູງບັນດາການປະກອບສ່ວນຂອງທ່ານ Parvathaneni Harish ໃນການຊຸກຍູ້ການພົວພັນຮ່ວມມືສອງປະເທດພັດທະນາໃນຫຼາຍຂົງເຂດ, ໃນນັ້ນມີການປ້ອງກັນຊາດ. ໃນອາຍຸການຂອງທ່ານເອກອັກຄະລັດຖະທູດ, ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດສືບຕໍ່ເຂົ້າສູ່ລວງເລິກ, ແທດຈິງ ແລະບັນລຸປະສິດທິຜົນສູງ. ບັນດາການຢ້ຽມຢາມຂັ້ນສູງລະຫວ່າງການນຳກະຊວງປ້ອງກັນປະເທດສອງປະເທດ, ການເຈລະຈາດ້ານປ້ອງກັນຊາດ, ບັນດາການຢ້ຽມຢາມເຊິ່ງກັນ ແລະກັນຂອງກຳປັ່ນທະຫານເຮືອຫວຽດນາມ ແລະອິນເດຍ... ແມ່ນສະແດງໃຫ້ເຫັນສາຍພົວພັນທີ່ມີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໃນການພົວພັນດ້ານປ້ອງກັນຊາດລະຫວ່າງສອງຝ່າຍ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທ່ານ Parvathaneni Harish  ເອກອັກຄະລັດຖະທູດອິນເດຍ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ Parvathaneni Harish  ເອກອັກຄະລັດຖະທູດອິນເດຍ ຢືນຢັນວ່າ, ພາຍໃຕ້ການນຳພາຂອງທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ການຮ່ວມມືດ້ານປ້ອງກັນຊາດສອງປະເທດໄດ້ຮັບການຊຸກຍູ້ຢ່າງແຮງໃນຫຼາຍຂົງເຂດ ເຊິ່ງລວມມີການກໍ່ສ້າງທະຫານເຮືອ, ນັກບິນ, ມອບທຶນສຶກສາ... ທ່ານ Parvathaneni Harish ຢັ້ງຢືນວ່າ, ອິນເດຍ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ໃນບັນດາຂົງເຂດ, ໂດຍສະເພາະແມ່ນເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດ. ອິນເດຍ ຖື ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໃກ້ຊິດສະໜິດສະໜົມ ແລະເຂັ້ມແຂງຢູ່ພາກພື້ນອາຊີ-ປາຊີຟິກ.

ໂດຍ: ສົມເພັດ