leftcenterrightdel
ພະນັກງານທະຫານເຮືອເຂດ 4 ຕ້ອນຮັບຄະນະນາຍທະຫານເຮືອຍີ່ປຸ່ນ. ແຮ້ງວັນ.

ໃນໄລຍະຢູ່ຢ້ຽມຢາມຫວຽດນາມ, ນາຍທະຫານ ແລະລູກເຮືອຂອງທະຫານເຮືອຍີ່ປຸ່ນ ຈະເຂົ້າຮ່ວມບັນດາກິດຈະກໍາ: ເຂົ້າຢ້ຽມຂໍ່ານັບການນໍາຄະນະກໍາມະການປະຊາຊົນແຂວງແຄ໋ງຮວ່າ, ກອງບັນຊາການທະຫານເຮືອເຂດ 4, ວິທະຍາຄານທະຫານເຮືອ; ແຂ່ງຂັນກິລາມິດຕະພາບກັບພະນັກງານ, ນັກຮົບທະຫານເຮືອເຂດ 4, ຢ້ຽມຢາມບາງສະຖານທີ່ທ່ອງທ່ຽວຢູ່ແຂວງແຄ໋ງຮວ່າ...

ການຢ້ຽມຢາມ ຫວຽດນາມ ຂອງກໍາປັ່ນທະຫານເຮືອຍີ່ປຸ່ນ 2 ລໍາໃນຄັ້ງນີ້ເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມື, ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງກອງທັບ ແລະທະຫານເຮືອສອງປະເທດ ຫວຽດນາມ ແລະຍີ່ປຸ່ນ ກວ່າອີກ.

ໂດຍ: ໄຊຊະນະ