ໃນຂອບເຂດການຢ້ຽມຢາມ, ຕອນເຊົ້າວັນທີ 13 ມິຖຸນາ, ຢູ່ Berlin, ຄະນະໄດ້ມີການພົບປະເຈລະຈາກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດເຢຍລະມັນ. ທີ່ການເຈລະຈາ, ສອງຝ່າຍໄດ້ແບ່ງປັນທັດສະນະກ່ຽວກັບສະພາບການໂລກ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ແຈ້ງໃຫ້ກັນຊາບກ່ຽວກັບສະພາບຄວາມໝັ້ນຄົງຢູ່ເອີລົບ, ອາຊີ-ປາຊີຟິກ... ກ່ຽວກັບບັນຫາຄວາມໝັ້ນຄົງຢູ່ພາກພື້ນອາຊີ-ປາຊີຟິກ, ຝ່າຍເຢຍລະມັນ ຢັ້ງຢືນວ່າມີຄວາມສົນໃຈ ແລະມີຜົນປະໂຫຍດໂດຍກົງເຖິງການຮັບປະກັນສະຖຽນລະພາບ, ພັດທະນາວັດຖະນາຖາວອນຢູ່ພາກພື້ນນີ້, ໃນນັ້ນມີຄວາມເສລີໃນການເດີນທະເລ ແລະການບິນ.

leftcenterrightdel
ທ່ານພົນໂທ ຫງວຽນຈິວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ Peter Tauber ລັດຖະມົນຕີກະຊວງປ້ອງກັນປະເທດ ເຢຍລະມັນ. ພາບ: qdnd.vn

ກ່ຽວກັບການພົວພັນຮ່ວມມືໃນຂົງເຂດປ້ອງກັນຊາດ, ສອງຝ່າຍພ້ອມກັນຫວນຄືນໝາກຜົນທີ່ບັນລຸໄດ້ໃນໄລຍະຜ່ານມາໃນບັນດາຂົງເຂດຄື: ການກໍ່ສ້າງ, ເສນາຮັກ ແລະການຮັກສາສັນຕິພາບ ສປຊ...

ກ່ຽວກັບການພົວພັນຫຼາຍຝ່າຍ, ເຢຍລະມັນ ສະແດງຄວາມປາດຖະໜາຢາກມີໜ້າຢູ່ພາກພື້ນອາຊີ-ປາຊີຟິກ, ໃນນັ້ນມີພາກພື້ນອາຊີຕາເວັນອອກສ່ຽງໃຕ້; ເອົາໃຈໃສ່ເຖິງບັນດາໂຄງປະກອບຄວາມໝັ້ນຄົງພາກພື້ນ; ພ້ອມທັງ, ຊົມເຊີຍ ຫວຽດນາມ ກາຍເປັນຄູ່ຮ່ວມມືດ້ານປ້ອງກັນຊາດກັບ ອີຢູ ໂດຍໄວ ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງສອງປະເທດ ກໍຄືປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງພາກພື້ນຕ່າງໆແລະໂລກ.

ໂດຍ: ໄຊຊະນະ