ຕ້ອນຮັບຄະນະນາຍທະຫານໜຸ່ມກອງທັບປະຊາຊົນລາວ ມີທ່ານພົນຈັດຕະວາ ຟ້າມດຶກທໍ້, ຮອງຫົວໜ້າການເມືອງວິທະຍາ ຄານການແພດ ພ້ອມດ້ວຍຜູ້ແທນຄະນະຊາວໜຸ່ມກອງທັບ ແລະຜູ້ຕາງໜ້າບາງຫ້ອງການ, ຄະນະ; ນາຍທະຫານໜຸ່ມວິທະຍາຄານການແພດ ເຂົ້າຮ່ວມຢ່າງພ້ອມພຽງ.

leftcenterrightdel
ບັນຍາກາດທີ່ການພົບປະແລກປ່ຽນ. ພາບ: ຫວຽດເກື່ອງ.
leftcenterrightdel
ທ່ານພົນຈັດຕະວາ ຟ້າມດຶກທໍ້, ຮອງຫົວໜ້າການເມືອງວິທະຍາຄານການແພດ ມອບຂອງຂວັນທີ່ລະນຶກໃຫ້ນາຍທະຫານໜຸ່ມກອງທັບປະຊາຊົນລາວ. ພາບ: ຫວຽດເກື່ອງ.
leftcenterrightdel
ທ່ານພັນໂທ ອໍາພອນ ສຸກວິໄຊ ມອບຂອງຂວັນທີ່ລະນຶກໃຫ້ແກ່ວິທະຍາຄານການແພດ. ພາບ: ຫວຽດເກື່ອງ.

ຕາງໜ້າຄະນະປະຈໍາ, ຄະນະພັກ, ຄະນະອະທິການບໍດີວິທະຍາຄານການແພດ, ທ່ານພົນຈັດຕະວາ ຟ້າມດຶກທໍ້ ຂໍ່ານັບຊົມເຊີຍບັນດາສະຫາຍໃນຄະນະນາຍທະຫານໜຸ່ມກອງທັບປະຊາຊົນລາວ ແລະຖືວ່າ, ການພົບປະແລກປ່ຽນລະຫວ່າງວິທະຍາຄານການແພດ ແລະຄະນະນາຍທະຫານໜຸ່ມກອງທັບປະຊາຊົນລາວໃນມື້ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍເລິກເຊິ່ງ, ສະແດງໃຫ້ເຫັນນໍ້າໃຈສາມັກຄີສະໜິດຕິດພັນຂອງ 2 ຊາດ ກໍຄືຂອງຖັນແຖວນາຍທະຫານໜຸ່ມກອງທັບລາວ ແລະນາຍທະຫານໜຸ່ມວິທະຍາຄານການແພດ ດັ່ງທີ່ປະທານ ໂຮ່ຈິມິນ ເຄີຍເວົ້າວ່າ: “ສອງຊາດລາວ-ຫວຽດ ໄດ້ ຝັງຄວາມຮັກຢູ່ໃນໃຈ, ຮົ່ງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້”. ນອກຈາກນີ້, ທ່ານພົນຈັດຕະວາ ຟ້າມດຶກທໍ້ ກໍໄດ້ແນະນໍາໂດຍສັງເຂບກ່ຽວກັບວິວັດການສ້າງຕັ້ງ ແລະພັດທະນາຂອງວິທະຍາຄານການແພດ ໃນຕະຫຼອດໄລຍະ 70 ປີຜ່ານມາ...

leftcenterrightdel
ນາຍທະຫານໜຸ່ມກອງທັບປະຊາຊົນລາວ ຖ່າຍຮູບເປັນທີ່ລະນຶກກັບບັນດາຜູ້ແທນວິທະຍາຄານການແພດ. ພາບ: ຫວຽດເກື່ອງ.

ທ່ານພັນໂທ ອໍາພອນ ສຸກວິໄຊ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບປະຊາຊົນລາວ ກ່າວຄໍາຂອບໃຈຄະນະປະຈໍາ, ຄະນະພັກ, ຄະນະອະທິການບໍດີວິທະຍາຄານການແພດ ທີ່ໄດ້ໃຫ້ການຕ້ອນຮັບຄະນະນາຍທະຫານໜຸ່ມກອງທັບປະຊາຊົນລາວຢ່າງອົບອຸ່ນໃນຄັ້ງນີ້. ທ່ານພັນໂທ ອໍາພອນ ສຸກວິໄຊ ກໍໄດ້ກ່າວຄໍາຂອບໃຈວິທະຍາຄານການແພດ ທີ່ໄດ້ສ້າງເງື່ອນໄຂສະດວກເພື່ອໃຫ້ນັກຮຽນການທະຫານລາວ ຮໍ່າຮຽນ, ຄົ້ນຄວ້າຢູ່ວິທະຍາຄານການແພດ ໃນຕະຫຼອດໄລຍະຜ່ານມາ, ປາດຖະໜາວ່າ ວິທະຍາຄານການແພດ ສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ນັກຮຽນການທະຫານລາວ ຮໍ່່າຮຽນໄດ້ດີ,  ເພື່ອກາຍເປັນແພດໝໍເກັ່ງ, ປະກອບສ່ວນພັດທະນາພື້ນຖານແພດສາດຂອງສປປ ລາວ.

ໂດຍ: ກວຽດເຕິມ