leftcenterrightdel
ທ່ານພົນໂທ ຫງວຽນຈ້ອງເຫງຍ ກ່າວຄໍາເຫັນໄຂກອງປະຊຸມສໍາມະນາ. ພາບ: ຮວ່າງແທັ່ງ.

ກ່າວຄໍາເຫັນໄຂກອງປະຊຸມສໍາມະນາ, ທ່ານພົນໂທ ຫງວຽນຈ້ອງເຫງຍ ເນັ້ນໜັກວ່າ: ທະເລ, ໝູ່ເກາະຫວຽດນາມ ມີບົດບາດສໍາຄັນພິເສດໃນຍຸດທະສາດພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ແກ່ປະເທດຊາດ.

ກອງທັບແມ່ນກໍາລັງຫຼັກແຫຼ່ງໃນການປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະທະເລຂອງປະເທດຊາດ. ໃນຊຸມປີຜ່ານມາ, ທົ່ວກອງທັບໄດ້ເປັນເຈົ້າການກຳແໜ້ນ ແລະຄາດຄະເນຖືກຕ້ອງຕາມສະພາບການ ເພື່ອເປັນເສນາທິການໃຫ້ພັກ, ລັດ ແກ້ໄຂຢ່າງທັນການ ແລະມີປະສິດທິຜົນ ບໍ່ປະໃຫ້ຕົກຢູ່ໃນທ່າຮັບໂດຍບັງເອີນ ຕໍ່ບັນດາກໍລະນີຢູ່ທະເລ, ໝູ່ເກາະທະເລ, ປະກອບສ່ວນປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ...

leftcenterrightdel
 ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: ຮວ່າງແທັ່ງ.

ຕອບສະໜອງເດືອນກະທໍາເພື່ອສິ່ງແວດລ້ອມ, ວັນສິ່ງແວດລ້ອມໂລກ (ວັນທີ 5 ມິຖຸນາ), ກົມໃຫຍ່ການເມືອງ ໄດ້ຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດ “ກອງທັບປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງແຫ່ງຊາດຢູ່ທະເລ ຕິດພັນກັບການປົກປັກຮັກສາຊັບພະຍາກອນ, ສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະແກ້ໄຂໄພພິບັດທາງສິ່ງແວດລ້ອມທະເລ, ໝູ່ເກາະທະເລຫວຽດນາມ”. ນີ້ແມ່ນໜ້າທີ່ສໍາຄັນ ແລະຮີບດ່ວນ, ໃນນັ້ນກອງທັບແມ່ນກໍາລັງຫຼັກແຫຼ່ງ.

ເພື່ອໃຫ້ກອງປະຊຸມສໍາມະນາປະສົບຜົນສໍາເລັດຢ່າງຈົບງາມ, ທ່ານພົນໂທ ຫງວຽນຈ້ອງເຫງຍ ສະເໜີບັນດາຜູ້ແທນສຸມໃສ່ເຮັດແຈ້ງຄວາມຮັບຮູ້ກ່ຽວກັບທີ່ຕັ້ງ, ບົດບາດສໍາຄັນຂອງທະເລ, ໝູ່ເກາະ, ຊັບພະຍາກອນ, ສິ່ງແວດລ້ອມທະເລ, ການປ່ຽນແປງຂອງດິນຟ້າອາກາດ...; ແຜນນະໂຍບາຍ, ຍູ້ແຮງການໂຄສະນາ, ການສຶກສາອົບຮົມຍົກສູງສະຕິ, ຄວາມຮັບຜິດຊອບ ແລະປະຕິບັດການປົກປັກຮັກສາອະທິປະໄຕຕິດພັນກັບການປົກປັກຮັກສາຊັບພະຍາກອນ, ສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະແກ້ໄຂໄພພິບັດທາງສິ່ງແວດລ້ອມທະເລຢ່າງມີປະສິດທິຜົນ...

ໂດຍ: ເຈິ່ນຮວ່ຽນ